ນີ້ແມ່ນການກະທໍາທໍາອິດເລັ່ງໃສ່ທ່ານ Zelenskiy, ເຊິ່ງເກີດຂຶ້ນພາຍຫຼັງທີ່ທ່ານເຂົ້າພິທີສາບານຕົວຮັບດໍາລົງຕໍາແໜ່່ງເປັນປະທານາທິບໍດີ ພຽງໜຶ່ງວັນ ແລະກ່ອນທີ່ຈະດໍາເນີນການເລືອກຕັ້ງສະພາແຫ່່ງຊາດກ່ອນກໍານົດເວລາ ເຊິ່ງຄາດວ່າຈະດໍາເນີນໃນເດືອນ ກໍລະກົດ ຈະມາເຖິງ.

leftcenterrightdel
ທ່ານ Volodymir Zelenskiy ເຂົ້າພິທີສາບານຕົວຮັບດໍາລົງຕໍາແໜ່່ງເປັນປະທານາທິບໍດີ (ພາບ: AFP/TTXVN)

ທີ່ກອງປະຊຸມວິສາມັນເມື່ອວັນທີ 22 ພຶດສະພາ, ໂດຍທ່ານປະທານສະພາແຫ່ງຊາດ Andriy Parubiy ຮຽກໂຮມຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ, ມີສະມາຊິກສະພາແຫ່ງຊາດພຽງ 92 ທ່ານ ໃນຈໍານວນສະມາຊິກທັງໝົດ 450 ທ່ານສະໜັບສະໜູນການປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ປັດຈຸບັນ, 50% ທີ່ນັ່ງໃນສະພາແຫ່ງຊາດ ແມ່ນໄດ້ຮັບການຕັດສິນຕາມອັດຕາບັດຮັບຮອງເອົາບັນຊີລາຍຊື່ບັນດາພັກການເມືອງ ແລະ 50% ທີ່ນັ່ງ ໂດຍບັນດາຫົວໜ່ວຍເລືອກຕັ້ງຂັ້ນທ້ອງຖິ່ນເປັນຜູ້ເລືອກຕັ້ງ. ຮ່າງກົດໝາຍສະບັບປັບປຸງ ສະເໜີຈະລົບລ້າງຫົວໜ່່ວຍເລືອກຕັ້ງ, ເຊິ່ງຕາມທ່ານ Zelenskiy ແລ້ວ ແມ່ນງ່າຍທີ່ຈະຫງ່ຽງໄປຕາມຜົນປະໂຫຍດຂອງທ້ອງຖິ່ນ.

ແຫຼ່ງຄັດຈາກ: vovworld.vn