leftcenterrightdel
ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ. (ພາບ: AFP/TTXVN) 

ຖະແຫຼງການຮ່ວມພາຍຫລັງກອງປະຊຸມລັດຖະມົນຕີກະຊວງການຄ້າ APEC ຫາກໍ່ສິ້ນສຸດລົງຢູ່ນະຄອນ Vina del Mar ຂອງ ຈີເລ ໃຫ້ຮູ້ວ່າ: ບັນດາພື້ນຖານເສດຖະກິດ APEC ຢືນຢັນຄວາມສຳຄັນຂອງບັນດາຫຼັກການໂປ່ງໃສ, ບໍ່ຈຳແນກການປະພຶດ ເຊິ່ງໄດ້ຕົກລົງເຫັນດີຢູ່ອົງການການຄ້າໂລກ (WTO). ເອກະສານຂອງ APEC ກໍ່ຖືວ່າ: ບັນດາພື້ນຖານເສດຖະກິດສະມາຊິກຄວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ, ກໍ່ຄືຊຸກຍູ້ການເຂົ້າຮ່ວມຢ່າງເປີດອົກເປີດໃຈ ແລະມີລັກສະນະສ້າງສາຂອງປະຊາຄົມວິສາຫະກິດເພື່ອໃຫ້ກຸ່ມນີ້ສາມາດສືບຕໍ່ໜູນຊ່ວຍໃຫ້ແກ່ລະບົບການຄ້າຫລາຍຝ່າຍ.

ແຫຼ່ງຄັດຈາກ: vovworld.vn