leftcenterrightdel
ທ່ານນາງ Theresa May  ນາຍົກລັດຖະມົນຕີອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ.

ຖະແຫຼງການພາຍຫຼັງມີການປະຊຸມກັບທ່ານນາງ Theresa May , ທ່ານ Graham Brady ປະທານຄະນະກຳມະການ 1922, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບວ່າ ຂ້າພະເຈົ້າກັບທ່ານນາງ Theresa May  ຈະມີການປະຊຸມຄືນໃໝ່ພາຍຫຼັງການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງເພື່ອເຫັນດີເປັນເອກະພາບຕາຕະລາງດຳເນີນການເລືອກຕັ້ງການນຳຜູ້ໃໝ່ຂອງພັກນິຍົມຮັກສາເດີມ ແລະເປັນເອກະພາບ. ທ່ານນາງ Theresa May  ຕັດສິນໃຈຮັບປະກັນວິວັດການຖອນຕົວອອກຈາກ EU ຂອງພວກຂ້າພະເຈົ້າ ແລະການອຸທິດສ່ວນຄວາມມານະພະຍາຍາມຂອງທ່ານນາງເພື່ອຮັບປະກັນວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງເລື່ອນເວລາໃນວັນທີ 3 ຂອງອາທິດທຳອິດຂອງເດືອນມິຖຸນາ ປີ 2019 ແລະການຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວກໍ່ຄືຜົນຮ້າຍຢ້ອນຫຼັງຂອງເລື່ອງລາຊະອານາຈັກອັງກິດ ຖອນຕົວອອກຈາກ EU ໃນລະດູຮ້ອນນີ້”.

ແຫຼ່ງຄັດຈາກ: vovworld.vn