ນີ້ກໍ່ເປັນຄັ້ງທໍາອິດທີ່ສອງປະເທດເຂົ້າຮ່ວມການຮ່ວມມືໃນໂຄງການຮູບເງົາ. ຟິມຮູບເງົາດັ່ງກ່າວໄດ້ພັນລະນາກ່ຽວກັບເລື່ອງລາວຊອກຄົ້ນວັດຖຸບູຮານຢູ່ນະຄອນ Bagan  ແລະບັນດາການສໍາຜັດທີ່ແປກໃໝ່ຂອງອ້າຍບ່າວຈີນຜູ້ໜຶ່ງ ຢູ່ມຽນມາ. ການຖ່າຍທໍາຕົ້ນຕໍ່ຂອງຟິມຮູບເງົາແມ່ນຢູ່ຈີນ, ມຽນມາ ແລະບາງປະເທດອາຊີຕາເວັນອອກສ່ຽງໃຕ້.

ທ່ານ U Thein Naing, ຜູ້ອໍານວຍການຫ້ອງການພັດທະນາຟິມຮູບເງົາມຽນມາ ສະແດງຄວາມຫວັງວ່າ “Bagan’s treasure trove” ຈະປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວຂອງມຽນມາ ໃນໄລຍະຈະມາເຖິງ, ພ້ອມທັງສ້າງກາລະໂອກາດແນະນໍາທ່າແຮງບົ່ມຊ້ອນໃນການຮ່ວມມືໃນຂະແໜງການຮູບເງົາຂອງປະເທດນີ້ໃນຕະຫຼາດສາກົນຕື່ມອີກ.

ແຫຼ່ງຄັດຈາກ: vovworld.vn