ທ່ານ Shanahan ໄດ້ຍົກອອກຄໍາຢືນຢັນດັ່ງກ່າວພາຍຫຼັງສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບການທົດລອງ “ອາວຸດນໍາທາງຍຸດທະສາດ” ປະເພດໃໝ່ພາຍໃຕ້ການຕິດຕາມກວດກາຂອງການນໍາ Kim Jong-un 2 – 3 ຊົ່ວໂມງ. ກ່າວຄໍາເຫັນຕໍ່ບັນດານັກຂ່າວຢູ່ທໍານຽບຫ້າແຈ, ທ່ານ Shanahan ກ່າວວ່າເຫດທົດລອງອາວຸດດັ່ງກ່າວບໍ່ເຮັດໃຫ້ທັດສະນະ ຫຼື ບັນດາການກະທໍາຂອງອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ປ່ຽນແປງ.

leftcenterrightdel
ການນໍາ Kim Jong-un ກວດກາການຝຶກຊ້ອມ. ພາບ:ສໍານັກຂ່າວສານຫວຽດນາມ.

ເຫດທົດລອງອາວຸດປະເພດໃໝ່ຂອງ ສປປ.ເກົາຫຼີ ຖືກວົງການນັກສັງເກດການຮັບຮູ້ປຽບເໝືອນດັ່ງຄວາມມານະພະຍາຍາມ ເພື່ອໃຫ້ ພຽງຢາງ ຄິດໄລ່ຊັ່ງຊາທີ່ຕັ້ງບົດບາດໃນບັນດາການເຈລະຈາພວມຕົກເຂົ້າສູ່ສະພາບຈົນຕາແຈ ກັບວໍຊິງຕັນ ກ່ຽວກັບບັນຫາຍົກເລີກໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ເພື່ອປ່ຽນກັບການໄດ້ລົບລ້າງບັນດາຄໍາສັ່ງຂວໍ້າບາດ ໂດຍອາເມລິກາ ຈັດວາງໃຫ້ປະເທດອາຊີຕາເວັນອອກສ່ຽງເໜືອນີ້.

ແຫຼ່ງຄັດຈາກ: vovworld.vn