leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ໃນນັ້ນ ໄດ້ເພີ່ມຄ່າໃຊ້ຈ່າຍບຸລິມະສິດໃຫ້ຂົງເຂດສະຫວັດດີການສັງຄົມ ແລະການປ້ອງກັນປະເທດ ກໍ່ຄືບັນດາມາດຕະການ ສົ່ງເສີມເສດຖະກິດໃຫ້ຈະເລີນເຕີບໃຫຍ່ຂຶ້ນໃນທ່າມກາງການເກັບພາສີຜູ້ບໍລິໂພກກຽມເພີ່ມຂຶ້ນ. ສ່ວນຫຼາຍງົບປະມານ ຈະນຳໃຊ້ເຂົ້າໃນບັນດາໂຄງການສະຫວັດດີການສັງຄົມປະມານ 34.000 ຕື້ເຢນ (ເທົ່າກັບ 309 ຕື້ໂດລາສະຫະລັດ), ກວມເອົາຫຼາຍກ່ວາ 1/3 ຂອງຍອດງົບປະມານ ເພື່ອສະໜັບສະໜູນລະບົບເບ້ຍບຳນານ ແລະເອົາໃຈໃສ່ດ້ານສຸຂະພາບ ເນື່ອງຈາກປະຊາກອນຜູ້ສູງອາຍຸໃນຍີ່ປຸ່ນ ນັບມື້ເພີ່ມຂຶ້ນ ແລະປະລິມານພົນລະເມືອງໃນໄວແຮງງານຫລຸດລົງ. ສ່ວນຄ່າໃຊ້ຈ່າຍໃນຂະແໜງການປ້ອງກັນປະເທດລວມມີ 5.300 ຕື້ເຢນ (ເທົ່າກັບ 47,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,3%, ເປັນຕົວສູງສຸດເປັນປະຫວັດການ ແລະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 7 ປີຜ່ານມາ ເຖິງແມ່ນວ່າບ້ວງເງິນດັ່ງກ່າວກວມເອົາພຽງແຕ່ 1 % ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດນີ້. ນອກນັ້ນ, ຍີ່ປຸ່ນ ຍັງໃຫ້ຄຳໝັ້ນສັນຍາຈະອະນຸມັດບ້ວງເງິນປະມານ 2.000 ຕື້ເຢນ (181 ຕື້ໂດລາສະຫະລັດ) ໃນການປ້ອງກັນ ເພື່ອທົດແທນຄວາມເສຍຫາຍໃນບັນດາຂະແໜງການເສດຖະກິດ ຈາກພາສີຜູ້ບໍລິໂພກເພີ່ມຈາກ 8-10%.  ບ້ວງເງິນງົບປະມານນີ້ ຈະອະນຸມັດໃນເດືອນຕຸລາ 2019. 

ຂ່າວ: ຂປລ