ໃນຈໍານວນ 29 ມະຕິຂອງສະພາສິດທິມະນຸດ ສະຫະປະຊາຊາດ ທີ່ກອງປະຊຸມຄັ້ງນີ້, ມີ 16 ມະຕິໄດ້ຮັບການຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມ, ລວມມີ: ບັນດາມະຕິກ່ຽວກັບສິດສະບຽງອາຫານ, ສິດວັດທະນະທໍາ, ສິດເດັກນ້ອຍ, ຕ້ານການຈໍາແນກການປະພຶດກັບແມ່ຍິງ ແລະເດັກນ້ອຍຍິງໃນຂົງເຂດກິລາ, ສິດທິມະນຸດ ແລະປະຊາທິປະໄຕ, ລັດແຫ່ງອໍານາດນິຕິບັນຍັດ, ສິດເສລີໃນການເຫຼື້ອມໃສ ແລະເຊື່ອຖືສາສະໜາ...

leftcenterrightdel
ທ່ານ ເຢືອງຈີ໊ຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງເນື້ອໃນຫຼາຍຢ່າງໃສ່ຮ່າງມະຕິ, ເຂົ້າຮ່ວມເປັນຜູ້ສະໜັບສະໜູນ 3 ມະຕິກ່ຽວກັບສິດສະບຽງອາຫານ, ສິດວັດທະນະທໍາ, ການກະທົບຈາກໜີ້ສິນຕ່າງປະເທດ ແລະບັນດາຂໍ້ຜູກມັດດ້ານການເງິນສາກົນອື່ນໆສໍາລັບການຊົມໃຊ້ສິດທິມະນຸດ.

ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ  ກ່າວຄໍາເຫັນທີ່ວາລະປຶກສາຫາລືຂັ້ນສູງກ່ຽວກັບການຊຸກຍູ້ ແລະປົກປ້ອງສິດທິມະນຸດໃນລັດທິຫຼາຍຝ່າຍ, ວາລະໂອ້ລົມສົນທະນາກັບຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ...

ການເຂົ້າຮ່ວມຂອງຫວຽດນາມອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນທ່າທີຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບສໍາລັບວຽກງານລວມຂອງສະພາສິດທິມະນຸດ ສະຫະປະຊາຊາດ ບົນຈິດໃຈໂອ້ລົມສົນທະນາ ແລະຮ່ວມມື, ປະກອບສ່ວນຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດ ສະຫະປະຊາຊາດ ໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.

ໂດຍ: ກວຽດເຕິມ