ບັນດາປະເທດອາຊຽນ ແລະຄູ່ຮ່ວມມືແລກປ່ຽນກ່ຽວກັບການຮ່ວມມືທາງທະເລ, ຄວາມໝັ້ນຄົງທາງທະເລ
ກປ.ອອນໄລ - ໃນລະຫວ່າງວັນທີ 6-7 ທັນວາ, ເວທີປາໄສທະເລອາຊຽນ (AMF) ຄັ້ງທີ 12 ເວທີປາໄສທະເລອາຊຽນ ເປີດກວ້າງ (EAMF) ຄັ້ງທີ 10 ໄດ້ດໍາເນີນຢູ່ Manila ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບຟິລິບປິນ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສໂດຍທ່ານ ຫວູໂຮ່ ເອກອັກຄະລັດຖະທູດ, ຮັກສາການຫົວໜ້າ SOM ອາຊຽນ ນໍາໜ້າຄະນະ.
ກ່າວຄໍາເຫັນທີ່ບັນດາເວທີປາໄສ, ທ່ານ ຫວູໂຮ່ ຕີລາຄາສູງບົດບາດຂອງ AMF ແລະ EAMF ໃນການຊຸກຍູ້ການຮ່ວມມືທາງທະເລໃນອາຊຽນ ແລະລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນກໍ່ຄືໃນຂົງເຂດການຮ່ວມມືທາງທະເລ, ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ສະໜັບສະໜູນ ແລະຮ່ວມມືກັບອາຊຽນ ບົນຈິດໃຈໄວ້ເນື້ອເຊື່ອໃຈ, ກໍ່ສ້າງ, ເຂົ້າຮ່ວມປະກອບສ່ວນແທດຈິງ, ມີປະສິດທິຜົນໃຫ້ແກ່ການເຄື່ອນໄຫວຂອງບັນດາກົນໄກອາຊຽນ, ໃນນັ້ນມີ EAMF.
    |
 |
ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ, ຮັກສາການຫົວໜ້າ SOM ອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນສະພາບທີ່ບັນດາປະເທດຕ້ອງປະເຊີນໜ້າກັບຫຼາຍບັນຫາຄວາມໝັ້ນຄົງທີ່ສັບສົນ, ທ່ານ ຫວູໂຮ່ ເຊີດຊູຄວາມຮັບຜິດຊອບ ແລະເຈດຕະນາດີຂອງບັນດາປະເທດໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການຮ່ວມມືຢູ່ເຂດທະເລໃນພາກພື້ນ, ໃນນັ້ນມີທະເລຕາເວັນອອກສ່ຽງໃຕ້ບົນພື້ນຖານເພີ່ມທະວີການເຈລະຈາ, ປຶກສາຫາລື, ປະຕິບັດກົດໝາຍສາກົນ ແລະສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ປະຕິບັດບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງເຂັ້ມງວດ. ຄຽງຂ້າງກັນນັ້ນ, ພ້ອມກັບວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ-19, ເລື່ອງນໍາໃຊ້ UNCLOS 1982 ຕ້ອງໄດ້ພິຈາລະນາຢ່າງຮອບດ້ານ ແລະເໝາະສົມ, ໃນນັ້ນຕ້ອງໄດ້ຄິດໄລ່ເຖິງບັນຫາການປົກປັກຮັກສາສະພາບແວດລ້ອມທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍ: ໄຊນີດາ