ໃນບົດກ່າວປາໄສທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຖືວ່າ, ກອງປະຊຸມແມ່ນໂອກາດພິເສດ ເພື່ອໃຫ້ການນຳຂະແໜງທ່ອງທ່ຽວ ACMECS ແລະ CLMV ຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງທ່ອງທ່ຽວ, ຜ່ານນັ້ນ ວາງບັນດາຍຸດທະສາດ ທີ່ເໝາະສົມ ເພື່ອຟື້ນຟູ ແລະເພີ່ມທະວີການຮ່ວມມືກວ່າອີກ. ຜ່ານບັນດາກອງປະຊຸມສອງປີເທື່ອໜຶ່ງ ເພື່ອເພີ່ມທະວີການແລກປ່ຽນແຂກທ່ອງທ່ຽວລະຫວ່າງບັນດາປະເທດສະມາຊິກ ແລະຊຸກຍູ້ການຮ່ວມມືດຶງດູດແຂກທ່ອງທ່ຽວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບຫັນເປັນດີຈີຕອນ ນັ້ນ, ການນຳກຳປູເຈຍ ຖືວ່າ, ບັນດາປະເທດ ACMECS ແລະ CLMV ຕ້ອງຊຸກຍູ້ການແລກປ່ຽນບົດຮຽນກ່ຽວກັບການຫັນການທ່ອງທ່ຽວເປັນດີຈີຕອນໃຫ້ຫຼາຍກວ່າອີກ ຄື: ແບ່ງປັນບົດຮຽນໃນການປະຕິບັດບັນດາລາຍການບຳລຸງສ້າງກ່ຽວກັບທັກສະດີຈີຕອນໃນຂົງເຂດທ່ອງທ່ຽວ, ການພັດທະນາທັກສະດີຈີຕອນ, ກໍ່ຄືນຳໃຊ້ເຕັກໂນໂລຢີເຕັກນິກດີຈີຕອນ ເພື່ອເພີ່ມສະມັດຕະພາບ ແລະທ່າໄດ້ປຽບໃນການແກ່ງແຍ້ງ.

ໂດຍ: ທະນາພອນ