ຫວຽດນາມ ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາລັກສະນະຄົບຖ້ວນຂອງອາຊຽນ
ກປ.ອອນໄລ - ຕອນເຊົ້າວັນທີ 27 ຕຸລາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ຈັດກອງປະຊຸມສະໄໝພິເສດ ທີ່ ກອງເລຂາອາຊຽນ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ, ປະທານອາຊຽນ 2022 ເປັນປະທານກອງປະຊຸມ. ໂດຍໄດ້ຮັບການມອບສິດຈາກລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຜູ້ຮັກສາການຫົວໜ້າ SOM ອາຊຽນ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນວຽກງານກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40-41 ແລະກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ເຊິ່ງຈະຈັດຕັ້ງ ຢູ່ກໍາປູເຈຍ ໃນຕົ້ນເດືອນພະຈິກ ປີ 2022, ຄວາມຄືບໜ້າໃນການຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ຂໍ້ ຂອງອາຊຽນ ກ່ຽວກັບມຽນມາ ແລະບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ບົນພື້ນຖານການຕີລາຄາສະພາບການ, ສຳຫຼວດກວດຄືນບັນດາການເຄື່ອນໄຫວ, ບັນດາປະເທດ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ ມຽນມາ ສືບຕໍ່ເປັນສະມາຊິກຂອງອາຊຽນ, ຄວາມເຫັນດີເຫັນພ້ອມ 5 ຂໍ້ ຍັງມີຄຸນຄ່າຄືເກົ່າ, ອາຊຽນ ຄວນມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອປະຕິບັດຄວາມເຫັນດີເຫັນພ້ອມ ກໍ່ຄື ສະໜອງການໜູນຊ່ວຍດ້ານມະນຸດສະທໍາໃຫ້ປະຊາຊົນ.
ຕາງໜ້າຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຂຶ້ນກ່າວຄໍາເຫັນໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາລັກສະນະຄົບຖ້ວນຂອງອາຊຽນ, ແມ່ນໝາກຜົນທີ່ບັນລຸໄດ້ໃນຫຼາຍທົດສະວັດທີ່ສູ້ຊົນຂອງບັນດາປະເທດສະມາຊິກ. ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນວ່າ ອາຊຽນ ຄວນຮັກສາບັນດາຫຼັກການຂອງຕົນ, ເຄົາລົບເອກະລາດ, ອະທິປະໄຕ ແລະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.
ໂດຍ: ຈາງຫງວຽນ