ນອກຈາກການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາປະເທດສະມາຊິກອາຊຽນ ກໍ່ຍັງມີການເຂົ້າຮ່ວມຂອງບັນດາປະເທດຄູ່ຮ່ວມມື, ຄື: ສ. ເກົາຫຼີ, ຍີ່ປຸ່ນ ແລະສະຫະພາບເອີລົບ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງດ້ານຄົມມະນາຄົມຂົນສົ່ງອາຊຽນ ແລະບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງດຳເນີນໃນລະຫວ່າງວັນທີ 15-16 ຕຸລາ, ໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບການໃຫ້ສັດຕະຍາບັນສັນຍາບາງສະບັບ ແລະສ້າງສຳເລັດການເຈລະຈາສັນຍາວ່າດ້ວຍການຂົນສົ່ງທາງອາກາດບໍ່ຮອບດ້ານອາຊຽນ-ສະຫະພາບເອີລົບ (ອີຢູ). ສັນຍາສະບັບນີ້ຈະແມ່ນຂໍ້ຕົກລົງສະບັບທຳອິດກ່ຽວກັບການຂົນສົ່ງທາງອາກາດລະຫວ່າງສອງພາກພື້ນໃນໂລກ.

ບັນດາຂໍ້ສະເໜີແນະອື່ນໆລວມມີການໃຫ້ສັດຕະຍາບັນຂໍ້ຕົກລົງຍຸດທະສາດກ່ຽວກັບການຮ່ວມມືທາງດ້ານການບິນ ແລະຊອກຫາກູ້ໄພກູ້ຊີບທາງທະເລລະຫວ່າງບັນດາປະເທດສະມາຊິກອາຊຽນ; ປະຕິບັດຂອບເຂດການເພີ່ມທະວີການຈໍລະຈອນ container ຢູ່ພາກພື້ນ. ຜ່ານບັນດາຂໍ້ຕົກລົງ, ການພົວພັນຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະລະຫວ່າງອາຊຽນກັບບັນດາຄູ່ເຈລະຈາຈະໄດ້ຮັບການເພີ່ມທະວີ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ