leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ໂດຍຕາງໜ້າປະຊາຄົມອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ກະສິກຳແມ່ນຂະແໜງເສດຖະກິດຫຼັກແຫຼ່ງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ແກ້ໄຂສະພາບຂາດທາດບຳລຸງ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ.

ກ່ຽວກັບບັນຫາລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ນີ້ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນທີ່ສຸດຂອງອາຊຽນ. ອາຊຽນ ບັນລຸໄດ້ຄວາມຄືບໜ້າຫຼາຍພໍສົມຄວນໃນການປະຕິບັດບັນດາຂໍ້ລິເລີ່ມ, ຍຸດທະສາດຊຸກຍູ້ການຮ່ວມມືພາກພື້ນ, ພັດທະນາກວມລວມໃນຂົງເຂດຊົນນະບົດ ແລະເຂດຕົວເມືອງ, ກໍ່ຄືການລົບລ້າງຄວາມທຸກຍາກ, ໃນນັ້ນມີຂອບເຂດການກະທຳຍຸດທະສາດກ່ຽວກັບການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກໄລຍະ 2021-2025. ແງ່ຫວັງພັດທະນາອາຊຽນ ແລະເວທີປາໄສຄົ້ນຄວ້າ ແລະພັດທະນາການກະທຳລົບລ້າງຄວາມທຸກຍາກຂຶ້ນກັບປະຊາຄົມເສດຖະກິດ-ສັງຄົມອາຊຽນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ