ນີ້ແມ່ນການເຄື່ອນໄຫວທີ່ແທດຈິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະປີມິດຕະພາບ ຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022.

leftcenterrightdel
ທ່ານນາງ ຮ່າທິງາ ປະທານສະຫະພັນແມ່ຍິງຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: vov.vn

ທີ່ເວທີປາໄສ, ຜູ້ຕາງໜ້າແມ່ຍິງສາມປະເທດ ຫວຽດນາມ, ລາວ, ກໍາປູເຈຍ ແລະນັກຊ່ຽວຊານສາກົນ ໄດ້ແບ່ງປັນກ່ຽວກັບບັນດາໂຄງການ, ຂໍ້ລິເລີ່ມແຫ່ງຊາດ ແລະພາກພື້ນ ໃນການຜະລິດຜະລິດຕະພັນກະເສດປອດສານຜິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາການທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ; ຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ແລະຮັບປະກັນຊີວິດສັງຄົມປັບຕົວກັບສະພາບປົກກະຕິໃໝ່; ເສີມຂະຫຍາຍບົດບາດຂອງແມ່ຍິງເພື່ອການພັດທະນາສີຂຽວ, ຍືນຍົງ. ພ້ອມກັນນັ້ນ ບັນດາຜູ້ແທນກໍ່ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຕົວຈິງການປ່ຽນແປງຂອງດິນຟ້າອາກາດ, ຕະຫຼາດ carbon, ການປະກອບສ່ວນລະດັບຊາດໃນການຕັດສິນດ້ວຍຕົນເອງ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ຈາງຫງວຽນ