ດ້ວຍຫົວຂໍ້ “ທັດສະນະຂອງຊາວໜຸ່ມ” ເຫດການນີ້ແນໃສ່ນຳມາເຊິ່ງທັດສະນະເລິກເຊິ່ງກວ່າກ່ຽວກັບໄວໜຸ່ມ, ສ້າງຄວາມສະໜິດຕິດພັນ ແລະເປັນແຫ່ງພົບປະຂອງນັກເຄື່ອນໄຫວດ້ານວັດທະນະທຳອາຊີຕາເວັນອອກສ່ຽງໃຕ້ ແລະເອີລົບ, ຜ່ານນັ້ນເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງທະວີບ, ເພື່ອປະຊາຄົມທົ່ວໂລກເຊື່ອມໂຍງ, ຮັບມື ແລະຍືນຍົງກວ່າ.

leftcenterrightdel
ພາບປະກອບ: theaseanpost

ກ່າວຄຳເຫັນທີ່ພິທີ, ທ່ານ Lukas Gajdos, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ: “ງານບຸນວັດທະນະທຳອາຊຽນ-ອີຢູ ແນໃສ່ຊຸກຍູ້ສາຍພົວພັນ, ການພົບປະແລກປ່ຽນປະຊາຊົນ ແລະການເຊື່ອມຕໍ່ລະຫວ່າງ ເອີລົບ ແລະອາຊີຕາເວັນອອກສ່ຽງໃຕ້. ເຫດການດັ່ງກ່າວກໍ່ແນໃສ່ຄົ້ນພົບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານວັດທະນະທຳ ແລະປະດິດສ້າງສິລະປະຮ່ວມລະຫວ່າງສອງທະວີບ”.

ຕາງໜ້າປະເທດປະສານງານການພົວພັນເຈລະຈາ ອາຊຽນ-ອີຢູ, ທ່ານນາງ Elizabeth T. Te ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າຟີລິບປິນ ປະຈຳ ອາຊຽນ ຢັ້ງຢືນວ່າ ງານບຸນວັດທະນະທຳນີ້ ບໍ່ພຽງແຕ່ຊ່ວຍເພີ່ມທະວີສາຍພົວພັນ ອາຊຽນ-ອີຢູ ໃຫ້ນັບມື້ນັບໃກ້ຊິດກວ່າເທົ່ານັ້ນ ຫາກຍັງຊຸກຍູ້ການຮ່ວມມືທີ່ມີຄວາມໝາຍກວ່າອີກລະຫວ່າງສອງພາກພື້ນ.

ລາຍການງານບຸນວັດທະນະທຳ ອາຊຽນ-ອີຢູ ຄັ້ງທີ 1 ລວມມີການສະແດງດົນຕີ Jazz ແລະການສາຍຮູບເງົາ, ວາງສະແດງ ແລະງານວາງສະແດງຮູບພາບກ່ຽວກັບປະຫວັດສາດສາຍພົວພັນຮ່ວມມືອາຊຽນ-ອີຢູ ໃນໄລຍະ 45 ປີຜ່ານມາ.

ໂດຍ: ເຈິ່ນຮວ່ຽນ