ທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ-ອິນເດຍ, ບັນດາລັດຖະມົນຕີເຫັນດີເປັນເອກະພາບຮັບຮອງເອົາເອກະສານຂອບເຂດກວດຄືນສັນຍາການຄ້າສິນຄ້າ ອາຊຽນ-ອິນເດຍ (AITIGA) ດ້ວຍເປົ້າໝາຍຍົກລະດັບສັນຍານີ້ຕາມທິດເປັນມິດກວ່າກັບວິສາຫະກິດ, ເພື່ອແນໃສ່ຊຸກຍູ້ການຄ້າລະຫວ່າງອາຊຽນ ແລະອິນເດຍ, ກໍ່ຄືເພີ່ມທະວີປັບປຸງຕ່ອງໂສ້ການສະໜອງໃນພາກພື້ນ ແລະຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ ແລະພາກພື້ນໃນປະຈຸບັນໃຫ້ດີກວ່າອີກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດກອງປະຊຸມ AEM-54. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ເກົາຫຼີ, ບັນດາລັດຖະມົນຕີຮັບຮູ້ສະພາບການປະຕິບັດ ແລະປຶກສາຫາລືກ່ຽວກັບກໍານົດທິດປຶກສາຫາລືຍົກລະດັບສັນຍາການຄ້າເສລີ ອາຊຽນ-ສ ເກົາຫຼີ (AKFTA), ກໍ່ຄືບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ຄື ລາຍການໃຫ້ຄຳປຶກສາຫາລື ແລະມາດຕະການເຕັກໂນໂລຢີຈາກ ສ ເກົາຫຼີ (TASK), ຂໍ້ລິເລີ່ມສ້າງຕັ້ງສູນປ່ຽນແປງໃໝ່ອຸດສາຫະກໍາ ອາຊຽນ-ສ ເກົາຫຼີ (AKIIC)...

ທີ່ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ລັດເຊຍ, ບັນດາລັດຖະມົນຕີຮັບຮູ້ສະພາບການປະຕິບັດລາຍການເຮັດວຽກກ່ຽວກັບການຮ່ວມມືລົງທຶນລະຫວ່າງອາຊຽນ ແລະ ລັດເຊຍ ໄລຍະ 2021-2025, ລາຍການຮ່ວມມືລະຫວ່າງ ອາຊຽນ ແລະຄະນະກໍາມະການເສດຖະກິດອາຊີ-ເອີລົບ ໄລຍະ 2020-2025, ພ້ອມທັງແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມືເສດຖະກິດຍຸດທະສາດໃນໄລຍະຈະມາເຖິງ.

ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າປະກອບຄວາມເຫັນກ່ຽວກັບທິດທາງຮ່ວມມືດ້ານເສດຖະກິດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມອາຊຽນ ໃນໄລຍະຈະມາເຖິງເພື່ອມຸ່ງເຖິງເປົ້າໝາຍບັນລຸບັນດາຜົນປະໂຫຍດທີ່ແທດຈິງໃຫ້ຫວຽດນາມ ເວົ້າສະເພາະ ແລະອາຊຽນ ເວົ້າລວມ, ປັບປຸງຕ່ອງໂສ້ການສະໜອງໃນພາກພື້ນ ແລະພັດທະນາເສດຖະກິດແບບຍືນຍົງໃນສະພາບພື້ນຖານເສດຖະກິດໃນພາກພື້ນ ແລະໂລກກໍາລັງມີການຜັນແປຫຼາຍຢ່າງ.

ໂດຍ: ຈາງຫງວຽນ