leftcenterrightdel
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີກະຊວງການຄ້າສາກົນ ແລະອຸດສາຫະກຳມາເຊເຊຍ Mohamed Azmin Ali ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ສ້າງພື້ນຖານເສດຖະກິດດີຈີຕອນ, ເຕັກໂນໂລຢີຂຽວ ເພື່ອນຳມາເຊິ່ງຜົນປະໂຫຍດໂດຍກົງ ແລະແທດຈິງ ໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (MSME), ໄວໜຸ່ມ ແລະປະຊາຊົນ.

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ທີ່ໄດ້ດຳເນີນຢູ່ແຂວງ Siem Reap, ລາຊະອານາຈັກກຳປູເຈຍ, ວັນທີ 14 ກັນຍາ, ທ່ານລັດຖະມົນຕີ Azmin Ali ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມກ້າວໜ້າຂອງບັນດາຂໍ້ລິເລີ່ມໃນຂອບເຂດຟື້ນຟູຮອບດ້ານ (ACRF). ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນ ຂອງການສ້າງກຳລັງຄວາມສາມາດຂອງບັນດາ MSME, ກໍ່ຄືບັນດາຂໍ້ລິເລີ່ມ ຈະນຳມາເຊິ່ງຜົນປະໂຫຍດໂດຍກົງ ແລະແທດຈິງ ໃຫ້ແກ່ປະຊາຊົນ ພິເສດແມ່ນໄວໜຸ່ມ, ລວມມີການສ້າງວຽກເຮັດງານທຳ ແລະເພີ່ມມູນຄ່າໃຫ້ວິສາຫະກິດ ແລະຂະແໜງອຸດສາຫະກຳທ້ອງຖິ່ນ.

ແຫຼ່ງຄັດຈາກ: vovworld.vn