ກອງປະຊຸມມີການເຂົ້າຮ່ວມຂອງບັນດາການນຳເສດຖະກິດທີ່ມາຈາກ 10 ປະເທດສະມາຊິກອາຊຽນ ແລະບັນດາປະເທດຄູ່ຮ່ວມມື. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

leftcenterrightdel
ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກຳປູເຈຍ ທັງເປັນປະທານອາຊຽນ 2022 ກ່າວຄຳເຫັນໄຂກອງປະຊຸມ. ພາບ: vov.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກຳປູເຈຍ ທັງເປັນປະທານອາຊຽນ 2022 ຖືວ່າ ໃນສະພາບການປະຈຸບັນ, ອາຊຽນ ຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍ, ຄື: ພະຍາດໂຄວິດ-19 ຍັງຄົງຜັນແປຢ່າງສັບສົນ, ການປະທະກັນຢູ່ຢູແກຣນ, ສົງຄາມການຄ້າ, ບັນຫາການປ່ຽນແປງຂອງດິນຟ້າອາກາດ… ບັນດາບັນຫານີ້ເຮັດໃຫ້ໄພເງິນເຟີ້ເພີ່ມຂຶ້ນສູງ, ສົ່ງຜົນສະທ້ອນເຖິງການຜະລິດໃນທົ່ວໂລກ. ສະນັ້ນ, ທ່ານນາຍົກລັດຖະມົນຕີ Hun Sen ຖືວ່າ ບັນດາສະມາຊິກອາຊຽນ ຕ້ອງໃຫ້ບຸລິມະສິດແກ່ການຮັບປະກັນປະສິດທິຜົນໃນການແກ້ໄຂບັນດາສິ່ງທ້າທາຍ, ຮັກສາລະບົບການຄ້າອີງຕາມຂໍ້ກຳນົດຂອງກົດໝາຍ, ສ້າງເສດຖະກິດເຕັກນິກດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືພາຍນອກອີງຕາມຫຼັກການສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ...

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 54 ທີ່ດໍາເນີນໃນລະຫວ່າງວັນທີ 14-18 ກັນຍາ, ຈະມີບັນດາກອງປະຊຸມທີ່ກ່ຽວຂ້ອງ, ຄື: ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ (CLMV) ຄັ້ງທີ 4, ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດອາຊີຕາເວັນອອກ ຄັ້ງທີ 10, ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ຄັ້ງທີ 1.

ໂດຍ: ເຈິ່ນຮວ່ຽນ