leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ເວທີປາໄສເສດຖະກິດທິດຕາເວັນອອກ ຄັ້ງທີ 7. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ນອກເວທີປາໄສເສດຖະກິດທິດຕາເວັນອອກຄັ້ງທີ 7 (EEF 2022), ເມື່ອແບ່ງປັນກັບວົງການນັກຂ່າວ, ທ່ານ Evgeny Vlasov ຮອງອະທິການບໍດີຜູ້ຮັບຜິດຊອບການພົວພັນສາກົນຂອງມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ (FEFU), ໃຫ້ຮູ້ວ່າ ເວທີປາໄສນີ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບການເຕື້ອງເຖິງຢ່າງຕັ້ງໜ້າທີ່ສຸດທີ່, ໃນນັ້ນມີ ຫວຽດນາມ.

ທ່ານຖືວ່າ ບົດບາດຂອງຫວຽດນາມ ໃນປະຈຸບັນຍິ່ງມີຄວາມສຳຄັນສຳລັບສະຫະພັນລັດເຊຍ ແລະ “ການພົວພັນຮ່ວມມືສອງຝ່າຍກັບ ຫວຽດນາມ ອາດໄດ້ຮັບຖືວ່າແມ່ນປະຕູພາໄປເຖິງ ອາຊຽນ ເພື່ອຮ່ວມມືກັບທຸກຄູ່ຮ່ວມມື”. ເຕື້ອງເຖິງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍ ກໍ່ຄືແງ່ຫວັງຂອງນະໂຍບາຍດັ່ງກ່າວ, ທ່ານ Vlasov ຖືວ່າ ເຂດຕາເວັນອອກໄກຂອງ ລັດເຊຍ ຍາມໃດກໍ່ເປີດປະຕູກັບທິດຕາເວັນອອກ, ລະອຽດແມ່ນບັນດາປະເທດອາຊີ ແລະພາກພື້ນອາຊີ-ປາຊີຟິກ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ