leftcenterrightdel
ພິທີໄຂເວທີປາໄສຊາວໜຸ່ມອາສາສະໝັກອາຊຽນ ເປີດກວ້າງ. ພາບ: ສໍານັກຂ່າວສານຫວຽດນາມ

ປີນີ້, ເວທີປາໄສໄດ້ຕ້ອນຮັບຊາວໜຸ່ມອາສາສະໝັກ 50 ຄົນທີ່ມາຈາກບັນດາປະເທດອາຊຽນ ແລະຍີ່ປຸ່ນ. ນີ້ແມ່ນກາລະໂອກາດເພື່ອໃຫ້ຊາວໜຸ່ມ ອາຊຽນ+ ໄດ້ແລກປ່ຽນ, ແບ່ງປັນປະສົບການ, ເຊື່ອມໂຍງ ແລະເພີ່ມທະວີການຮ່ວມມືໃນຂົງເຂດອາສາສະໝັກ. ລາງວັນຊາວໜຸ່ມອາສາສະໝັກ ອາຊຽນ+ ໃນຄັ້ງນີ້ແມ່ນກາລະໂອກາດເພື່ອເຊີດຊູບຸກຄົນ ແລະອົງການຈັດຕັ້ງ, ຮັບຮູ້ບັນດາຮູບແບບຊາວໜຸ່ມອາສາສະໝັກຈາກ 14 ປະເທດອາຊຽນເປີດກວ້າງ. ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໄປຮອດວັນທີ 27 ສິງຫາ ດ້ວຍກອງປະຊຸມປຶກສາຫາລື ແລະການເຄື່ອນໄຫວຮັບປະກັນຊີວິດສັງຄົມທີ່ຜັນຂະຫຍາຍຢູ່ແຂວງກວາງບິ່ງ...

ໂດຍ: ທະນາພອນ