ນັກຂ່າວ: ຂໍຮຽນສະຫາຍຮອງນາຍົກລັດຖະມົນຕີ, ປີນີ້ ແມ່ນປີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ, ສະຫາຍ ຕີລາຄາຄືແນວໃດ ກ່ຽວກັບການປະກອບສ່ວນຂອງລາວ ແລະຫວຽດນາມ  ນັບແຕ່ເມື່ອເຂົ້າເປັນສະມາຊິກອາຊຽນ ກໍ່ຄືວິວັດທະນາການຂອງພາກພື້ນ?

ສະຫາຍ ສະເຫຼີມໄຊ ກົມມະສິດ: ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ນັບແຕ່ປີ 1995, ລາວ ເຂົ້າເປັນສະມາຊິກອາຊຽນ ຫຼັງຫວຽດນາມ 2 ປີ. ທັງສອງປະເທດຫວຽດນາມ ແລະລາວ ໄດ້ຕັ້ງໜ້າເຂົ້າຮ່ວມດ້ວຍຖານະແມ່ນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນສໍາຄັນເຂົ້າໃນການວາງແຜນນະໂຍບາຍ, ວິໄສທັດຂອງອາຊຽນ.

ນັບແຕ່ເມື່ອຫວຽດນາມ, ລາວ, ກໍາປູເຈຍ, ມຽນມາ ເຂົ້າເປັນສະມາຊິກອາຊຽນ, ພວກເຮົາ ໄດ້ປະກອບສ່ວນເຂົ້າໃນການປ່ຽນແປງຄະຕິທິດ ກໍ່ຄືຈຸດປະສົງເບື້ອງຕົ້ນຂອງອົງການຈັດຕັ້ງນີ້. ມາຮອດປັດຈຸບັນ, 10 ປະເທດໃນອາຊຽນ ຊອກໄດ້ທັດສະນະລວມ, ພ້ອມກັນຮ່ວມມືສັນຕິພາບ ໃນຊາຍຄາລວມ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຄວາມໄວ້ເນື້ອເຊື່ອໃຈນັບມື້ນັບໄດ້ຮັບການປັບປຸງ. ນັ້ນແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຂອງຫວຽດນາມ ແລະລາວ ໃນວິວັດທະນາການກໍ່ສ້າງປະຊາຄົມອາຊຽນ.

leftcenterrightdel
ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບບັນຫາກໍ່ສ້າງປະຊາຄົມເສດຖະກິດອາຊຽນ, ຫວຽດນາມ ແມ່ນປະເທດໃຫຍ່ຢູ່ພາກພື້ນ, ສວມບົດບາດສໍາຄັນ, ມີສາຍພົວພັນກັບຫຼາຍປະເທດ, ພິເສດແມ່ນບັນດາປະເທດມະຫາອໍານາດ, ນັ້ນແມ່ນການປະກອບສ່ວນໂດຍກົງ ເຂົ້າບົດບາດສໍາຄັນຂອງອາຊຽນ ຕໍ່ພາກພື້ນ ແລະສາກົນ. ອາຊຽນ ມີພູມສາດການເມືອງສໍາຄັນ, ມີຫຼາຍປະເທດໃນໂລກຢາກສ້າງຕັ້ງ ແລະເພີ່ມທະວີການພົວພັນຮ່ວມມືກັບອາຊຽນ ຜ່ານກົນໄກອາຊຽນ ກັບຄູ່່ຮ່ວມມື ແລະການເຈລະຈາ.

ນັບແຕ່ເມື່ອເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ດໍາລົງບົດບາດປະທານອາຊຽນ ເປັນ 3 ຄັ້ງ, ໃນຂະນະທີ່ປະເທດລາວ ດໍາລົງບົດບາດປະທານອາຊຽນ ເປັນ 2 ຄັ້ງ ແລະຄັ້ງທີ 3 ແມ່ນປີ 2024. ທັງຫວຽດນາມ ແລະລາວ ລ້ວນແຕ່ເນັ້ນໜັກເຖິງບົດບາດນໍາພາໃຈກາງ ຂອງອາຊຽນ, ນັ້ນແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຂອງສອງປະເທດພວກເຮົາ, ນັ້ນແມ່ນຜົນແຫ່ງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ. ບັນດາຂໍ້ລິເລີ່ມຂອງຫວຽດນາມ ແລະລາວ ໄດ້ນໍາມາເຊິ່ງຜົນປະໂຫຍດລວມ ໃຫ້ບັນດາປະເທດອາຊຽນ, ແມ່ນບາດກ້າວສໍາຄັນມຸ່ງໄປເຖິງ ການກໍ່ສ້າງປະຊາຄົມອາຊຽນ ຢ່າງໝັ້ນຄົງເຂັ້ມແຂງ ແລະສາມັກຄີ.

ນັກຂ່າວ: ຂໍຮຽນສະຫາຍ, ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນ ຈະສົມທົບກັນແກ້ໄຂສິ່ງທ້າທາຍ ທີ່ຫາກໍ່ເກີດຂຶ້ນ, ບັນຫາເຄັ່ງຮ້ອນ ຄືແນວໃດ ເພື່ອປົກປ້ອງບົດບາດໃຈກາງຂອງອາຊຽນ?

ສະຫາຍ ສະເຫຼີມໄຊ ກົມມະສິດ: ມາຮອດປັດຈຸບັນ, ໝາກຜົນໃຫຍ່ທີ່ສຸດຂອງອາຊຽນ ແມ່ນສັນຕິພາບ ແລະສະຖຽນລະພາບ. ສິ່ງດັ່ງກ່າວ ແມ່ນຍ້ອນມີຄວາມເຂົ້າໃຈ ເຊິ່ງກັນ ແລະກັນ, ສ້າງພື້ນຖານສັນຕິພາບ, ສະຖຽນລະພາບ ໃຫ້ພາກພື້ນອາຊີ-ປາຊີຟິກ ກໍ່ຄືອາຊຽນ.

ກ່ອນທີ່ຫວຽດນາມ, ລາວ, ກໍາປູເຈຍ ເຂົ້າເປັນສະມາຊິກອາຊຽນ, ບັນດາປະເທດໃນພາກພື້ນຍັງມີທ່າທີລະມັດລະວັງ ແລະສົງໄສ ເຊິ່ງກັນ ແລະກັນ. ນັບແຕ່ເມື່ອ 10 ປະເທດເຕົ້າໂຮມໃນຊາຍຄາລວມອາຊຽນ, ຫຼາຍບັນຫາໄດ້ຮັບການແກ້ໄຂ. ບັນດາປະເທດ, ປະເທດມະຫາອໍານາດ ລ້ວນແຕ່ຢາກສ້າງຕັ້ງ  ແລະເພີ່ມທະວີການຮ່ວມມືກັບອາຊຽນ, ນັ້ນແມ່ນໝາກຜົນໃຫຍ່ທາງດ້ານການເມືອງ.

ກ່ຽວກັບເສດຖະກິດ, ບັນດາປະເທດໄດ້ຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນ, ຮັດແຄບຊ່ອງຫ່ວາງລະຫວ່າງຄວາມຮັ່ງມີ-ທຸກຍາກ ໃນພາກພື້ນ, ພົ້ນເດັ່ນຄື ການພັດທະນາຂອງຫວຽດນາມ ໄດ້ທຽບເທົ່າກັບບັນດາປະເທດໃນພາກພື້ນ, ຊ່ອງຫ່ວາງລະຫວ່າງຄວາມຮັ່ງມີ-ທຸກຍາກ ລະຫວ່າງປະເທດລາວ ກັບປະເທດຕ່າງໆ ຍັງຄົງຂ້າງຢູ່, ແຕ່ໄດ້ຮັບການປັບປຸງພໍສົມຄວນ.

ໃນຍຸກສະໄໝປັດຈຸບັນ, ແຕ່ລະປະເທດລ້ວນແຕ່ມີທີ່ຕັ້ງ ແລະບົດບາດອັນແນ່ນອນ, ແຕ່ຖ້າຫາກເປັນເອກະພາບ, ສ້າງໄດ້ທັດສະນາ ແລະຫຼັກໝັ້ນລວມ ຍິ່ງຍົກສູງບົດບາດຂອງອາຊຽນ ໃນເວທີສາກົນກວ່າອີກ. ຕົວຈິງໃນປັດຈຸບັນ, ອົງການຈັດຕັ້ງທັງໝົດໃນໂລກ ລ້ວນແຕ່ມີຄວາມບໍ່ ລົງລອຍກັນ ແລະສິ່ງທ້າທາຍ, ຈຳເປັນຕ້ອງສົມທົບກັນແກ້ໄຂ.  ສ່ວນຝ່າຍອາຊຽນ ຄວນສືບຕໍ່ຮັກສາບົດບາດໃຈກາງ, ຫຼັກໝັ້ນເຫັນດີເຫັນພ້ອມ ໃນແກ້ໄຂບັນດາສິ່ງທ້າທາຍ.

ທີໜຶ່ີງ, ຍ້ອນໄດ້ຮັບຜົນສະທ້ອນໂດຍກົງ ຈາກບັນດາປະເທດມະຫາອຳນາດ ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ຕ້ອງຄິດໄລ່ ແລະແກ້ໄຂເພື່ອສາມາດຜ່ານຜ່າຄວາມບໍ່ລົງລອຍກັນ, ຮັບປະກັນໃຫ້ອາຊຽນ ຮັກສາການພົວພັນຢູ່ພາຍໃນກຸ່ມເປັນຢ່າງດີ, ພ້ອມທັງປັບປຸງການພົວພັນກັບບັນດາປະເທດມະຫາອຳນາດ ບໍ່ປະໃຫ້ປະເທດໃດໃນພາກພື້ນຖືກຕົກຢູ່ໃນສະພາບຕ້ອງຄັດເລືອກຝ່າຍ. ຫວຽດນາມ ແລະລາວ ສວມບົດບາດສຳຄັນທີ່ສຸດໃນບັນຫານີ້.

ທີສອງ, ໃນປະຈຸບັນ, ຢູ່ໃນພາກພື້ນ ກໍ່ຄືໃນໂລກໄດ້ເກີດບັນຫາໃໝ່ຫຼາຍຢ່າງ ແລະກໍ່ມີການຕີລາຄາ ແລະທັດສະນະທີ່ແຕກຕ່າງກັນ, ຍ້ອນລະບົບການເມືອງແຕກຕ່າງກັນ, ແຕ່ບັນດາບັນຫາສຳຄັນຕ້ອງຮັບປະກັນໃຫ້ບັນດາປະເທດສະມາຊິກອາຊຽນ ພ້ອມກັນພັດທະນາ ແລະຮັກສາຜົນປະໂຫຍດຫຼັກລວມ.

ປະຈຸບັນ, ມີຫຼາຍຮູບແບບການຮ່ວມມືໃໝ່ໄດ້ສະເໜີ, ປະເທດຕ່າງໆ ຢາກໃຫ້ອາຊຽນເຂົ້າຮ່ວມ, ແຕ່ພວກເຮົາຢືນໝັ້ນບົດບາດໃຈກາງຂອງອາຊຽນ, ບັນດາປະເທດສະມາຊິກ ມີການປະພຶດຕໍ່ກັນຢ່າງຈິງໃຈ, ເພື່ອຜົນປະໂຫຍດລວມ,  ແນ່ນອນວ່າ ອາຊຽນ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້.

ນັກຂ່າວ: ຂອບໃຈຫຼາຍໆ!

ໂດຍ: ທູຈາງ