leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ວັນ​ທີ 21 ​ກໍລະກົດ​, ໃນຂອບເຂດປີຊາວໜຸ່ມອາຊຽນ 2022, ອາຊຽນ ຈະເລີ່ມຈັດການເຈລະຈາຊາວໜຸ່ມຄັ້ງທີ 1 ໃນລະຫວ່າງວັນທີ 25–26 ກໍລະກົດ ຢູ່ນະຄອນ Siem Reap ຂອງກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 68 ຄົນ ທີ່ມາຈາກບັນດາປະເທດໃນອາຊຽນ ແລະສ.ເກົາຫຼີ.

ການເຄື່ອນໄຫວດັ່ງກ່າວ ໂດຍຄະນະເລຂາທິການອາຊຽນ (ASEC) ແລະກະຊວງສຶກສາ-ຊາວໜຸ່ມ-ກິລາກຳປູເຈຍ ສົມທົບກັນຈັດຂຶ້ນ ດ້ວຍການອຸປະຖຳຈາກກອງທຶນຮ່ວມມື ອາຊຽນ-ສ.ເກົາຫຼີ ໃນຂອບເຂດເວທີປາໄສຊາຍແດນອາຊຽນ-ສ.ເກົາຫຼີ ຄັ້ງທີ 9. ບັນດາເນື້ອໃນການເຈລະຈາຊາວໜຸ່ມອາຊຽນ ແມ່ນສອດຄ່ອງກັບບັນດາບຸລິມະສິດຂອງອາຍຸການເປັນປະທານອາຊຽນ ຂອງກຳປູເຈຍ 2022 ແລະຫົວຂໍ້ “ອາຊຽນ ກະທຳ, ພ້ອມກັນຮັບມືກັບສິ່ງທ້າທາຍ”. ການເຈລະຈາຊາວໜຸ່ມອາຊຽນ ຄັ້ງທຳອິດ ມີຫົວຂໍ້ “ຊາວໜຸ່ມໃນສັງກາດການປະຕິວັດອຸດສາຫະກຳ ຄັ້ງທີ 4 (4IR): ກາລະໂອກາດ ແລະສິ່ງທ້າທາຍໃນການຟື້ນຟູຫຼັງພະຍາດໂຄວິດ-19”.

ເນື້ອໃນ: ຂປລ