ຕາມນັ້ນແລ້ວ, ກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນແຕ່ວັນທີ 11 – 13 ພຶດສະພາ; ອິນໂດເນເຊຍ ຈະຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາປະເທດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໃນລະຫວ່າງວັນທີ 15 – 16 ພະຈິກ ແລະ ໄທ ຈະຈັດຕັ້ງກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດ APEC ໃນວັນທີ 18 – 19 ພະຈິກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະສານງານອາຊຽນ  ACCC ເດືອນ ມັງກອນ 2022. ພາບ: ສໍານັກຂ່າວສານຫວຽດນາມ

ຖະແຫຼງການຮ່ວມຊີ້ແຈ້ງວ່າ ອາຊຽນ, G20 ແລະ APEC ໄດ້ແບ່ງປັນຈຸດລວມ ເພື່ອແນໃສ່ນຳມາເຊິ່ງໂອກາດໜຶ່ງດຽວໃຫ້ແກ່ທຸກຝ່າຍທີ່ເຂົ້າຮ່ວມດ້ວຍເປົ້າໝາຍຊຸກຍູ້ໂຄງການດຳເນີນງານຮ່ວມຂອງທົ່ວໂລກ ແລະພາກພື້ນ ກໍຄືມານະພະຍາຍາມນຳເອົາສັນຕິພາບ, ວັດທະນາຖາວອນ, ການພັດທະນາແບບຍືນຍົງ ແລະ ກວມລວມມາໃຫ້ທຸກປະເທດ.

ໃນຖະແຫຼງການຮ່ວມ, 3 ປະເທດສະມາຊິກ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາເຮັດວຽກກັບບັນດາຄູ່ຮ່ວມມື ແລະ ບັນດາຝ່າຍທີ່ກ່ຽວຂ້ອງເພື່ອຮັບປະກັນການຮ່ວມມື ແລະ ເພີ່ມທະວີບົດບາດເປັນໃຈກາງ, ມີອິດທິພົນຊື່ສຽງ ແລະ ຄວາມເໝາະສົມຂອງອາຊຽນ ໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ