leftcenterrightdel
ທ່ານປະທານາທິບໍດີອາເມລິກາ Joe Biden. ພາບ: Reuters

ວັນທີ 28 ກຸມພາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີອາເມລິກາ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຢູ່ນະຄອນຫຼວງ ວໍຊິງຕັນ ໃນລະຫວ່າງວັນທີ 28 – 29 ມີນາ. ທ່ານນາງເລຂາທຳນຽບຂາວ Jen Psaki ໃຫ້ຮູ້ວ່າ ກອງປະຊຸມນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ທີ່ມີຕໍ່ ອາຊຽນ ກໍ່ຄືການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາເມລິກາ - ອາຊຽນ. ເຫດການດັ່ງກ່າວໄດ້ຈັດຂຶ້ນໃນສະພາບທ່ານປະທານາທິບໍດີ Biden ພວມຊອກຫາວິທີນຳການສ້າງການພົວພັນຢູ່ພາກພື້ນມະຫາສະໝຸດປາຊີຟິກ ໃຫ້ກາຍເປັນບູລິມະສິດນະໂຍບາຍການຕ່າງປະເທດແຖວໜ້າ.

ທ່ານປະທານາທິບໍດີ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດອາເມລິກາ - ອາຊຽນ ໃນເດືອນ ຕຸລາ 2021 ແລະ ໄດ້ປະກາດໜູນຊ່ວຍຈຳນວນເງິນ 100 ລ້ານໂດລາສະຫະລັດ ເພື່ອຊ່ວຍບັນດາປະເທດອາຊຽນ ກ່ຽວກັບດ້ານການແພດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ ແລະ ຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ