ກອງປະຊຸມເພື່ອແນໃສ່ປຶກສາຫາລືກ່ຽວກັບການສົມທົບລະຫວ່າງບັນດາປະເທດ, ວິສາຫະກິດເພື່ອຍາດແຍ່ງໂອກາດຈາກເຕັກນິກດີຈີຕອນທີ່ຍັງບໍ່ເຄີຍປະກົດຂຶ້ນໃນໄລຍະກ່ອນເກີດໂລກລະບາດ ແລະການຮັບມືກັບໄພນາບຂູ່ທາງເຄືອຂ່າຍອິນເຕີເນັດທີ່ພວມເພີ່ມຂຶ້ນແນໃສ່ຮັບປະກັນຄວາມໝັ້ນຄົງ ແລະການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງເຄືອຂ່າຍອິນເຕີເນັດ.

leftcenterrightdel
ທ່ານພົນຕີ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມ ແລະກ່າວຄຳເຫັນ, ທ່ານພົນຕີ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນເລື່ອງຊຸກຍູ້ສ້າງຍຸດທະສາດຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຢູ່ພາກພື້ນອາຊຽນ (2021-2025)  ເພື່ອເຫັນດີເປັນເອກະພາບຕໍ່ວິໄສທັດ, ຄວາມຮັບຮູ້ ແລະການກະທຳລວມຂອງບັນດາປະເທດອາຊຽນ ທີ່ມີຕໍ່ບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ກ້າວໄປເຖິງການສ້າງກອບນິຕິກຳຂອງພາກພື້ນ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົມທົບ, ຮ່ວມມືສາກົນໃນຂົງເຂດຮັກສາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ອອກຖະແຫຼງການປະທານກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 6 ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປົກປັກຮັກສາພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນໃຫ້ພົ້ນຈາກໄພນາບຂູ່ ເພື່ອແນໃສ່ຮັບປະກັນໃຫ້ເຄືອຂ່າຍອິນເຕີເນັດຂອງພາກພື້ນມີຄວາມປອດໄພ ແລະຮັກສາຄວາມລັບ. ພ້ອມທັງສະໜັບສະໜູນບັນດາຂໍ້ລິເລີ່ມຍົກສູງກໍາລັງຄວາມສາມາດໃຫ້ສູນຍົກສູງກໍາລັງຄວາມສາມາດດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດອາຊຽນ-ຍີ່ປຸ່ນ ຢູ່ໄທ ແລະສູນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດອາຊຽນ-ສິງກະໂປ ຢູ່ສິງກະໂປ.

ໂດຍ: ທະນາພອນ