leftcenterrightdel
ບັນຍາກາດທີ່ກອງປະຊຸມຄັ້ງທີ 11. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມໄດ້ສຸມໃສ່ກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍທັງ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມຂອງປະຊາຄົມອາຊຽນໃນການພິຈາລະນາຮັບຕີມໍຕາເວັນອອກ ເຂົ້າເປັນສະມາຊິກ ອາຊຽນ ແລະສະພາບການປະຕິບັດບັນດາໂຄງການໜູນຊ່ວຍຍົກສູງກໍາລັງຄວາມສາມາດໃຫ້ແກ່ຕີມໍຕາເວັນອອກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ, ຫົວໜ້າ SOM ASEAN ຂອງ ຫວຽດນາມ ໄດ້ເນັ້ນໜັກວ່າ ໃນສະພາບພະຍາດໂຄວິດ-19 ໄດ້ເຮັດໃຫ້ກິດຈະກໍາເຄື່ອນໄຫວຖືກຂາດວັກຂາດຕອນ, ທັງ 3 ເສົາຄ້ຳຂອງປະຊາຄົມອາຊຽນ ລ້ວນແຕ່ໄດ້ມານະພະຍາຍາມ, ບັນລຸໄດ້ບາດກ້າວໃນການໜູນຊ່ວຍຕີມໍຕາເວັນອອກ ເຊື່ອມໂຍງເຂົ້າກັບອາຊຽນ. ທ່ານຍັງສະເໜີໃຫ້ເສົາຄ້ຳປະຊາຄົມອາຊຽນ ພ້ອມກັບຄະນະເລຂາທິການອາຊຽນ ຈົ່ງສືບຕໍ່ໜູນຊ່ວຍຕີມໍຕາເວັນອອກ ໃນການເຂົ້າຮ່ວມການເຄື່ອນໄຫວຂອງອາຊຽນ.

ໂດຍ: ທະນາພອນ