ທ່ານ ​ເຣິ່ນຫົງ​ປິນ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງການ​ຄ້າຈີນ ກ່າວ​ວ່າ: ຈີນ ຍັງ​ຄົງ​ເປັນຄູ່​ການ​ຄ້າ​ລາຍ​ໃຫຍ່​ສຸດຂອງ​ອາ​ຊຽນຕິດ​ຕໍ່​ກັນ 12 ປີ ​ແລະອາ​ຊຽນ ຍັງ​ເປັນ​ຄູ່​ການ​ຄ້າລາຍ​ໃຫຍ່​ສຸດ​ຂອງ​ຈີນ ​ໃນ​ປີ 2020, ຂະນະ​ທີ່ 6 ​ເດືອນ​ຕົ້ນ​ປີ​ນີ້ການ​ຄ້າ​ທະວີ​ພາຄີລະຫວ່າງ ຈີນ ​ແລະອາ​ຊຽນຍັງ​ຄົງ​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ​ເພີ່ມ​ຂຶ້ນ 38,2% ​ເມື່ອ​ທຽບ​ປີ​ຕໍ່​ປີ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ດ້ານ​ການ​ລົງທຶນອາ​ຊຽນ ກາຍ​ເປັນ​ໜຶ່ງ​ຈຸດໝາຍ​ຂອງ​ການ​ລົງທຶນຂາ​ອອກ​ທີ່​ສໍາຄັນ​ຂອງຈີນ​ ແລະແຫຼ່ງການ​ລົງທຶນໂດຍ​ກົງຈາກ​ຕ່າງປະ​ເທດ, ດ້ວຍ​ຄວາມຮ່ວມ​ມື​ທີ່​ຟື້ນ​ຟູໃນ​ພາກ​ທຸລະ​ກິດ​ຕ່າງໆ​ເຊັ່ນ: ການ​ຜະລິດກະສິກຳ, ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ, ​ເສດຖະກິດດີ​ຈີຕອນ ​ແລະເສດຖະກິດສີຂຽວ, ການ​ລົງທຶນຮ່ວມ​ກັນ​ລະຫວ່າງຈີນ ​ແລະອາ​ຊຽນ ມີ​ມູນ​ຄ່າບັນລຸ 3,1 ​ແສນ​ລ້ານ​ໂດ​ລາ​ສະຫະລັດ ນັບ​ເຖິງ​ເດືອນ​ມິຖຸນາ ປີ​ນີ້.

ເນື້ອໃນ: ຂປລ