ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງອາຊຽນ, ວັນຊື້ສິນຄ້າທາງອອນລາຍໃຫຍ່ກວ່າໝູ່ໃນອາຊຽນ ປີ 2021 ຈະເລີ່ມຕົ້ນຢ່າງເປັນທາງການແຕ່ວັນທີ 8-10 ສິງຫາ 2021 ໂດຍບຣູໄນ (ປະເທດປະທານອາຊຽນ 2021), ສິງກະໂປ ແລະຫວຽດນາມ ເປັນປະທານຮ່ວມ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຄາດວ່າວັນຊື້ສິນຄ້າທາງອອນລາຍໃຫຍ່ກວ່າໝູ່ໃນອາຊຽນ ປີ 2021 ຈະມີ 2 ໝວດການເຄື່ອນໄຫວຕົ້ນຕໍ່, ຄື: ການຊື້ເຄື່ອງການຄ້າເອເລັກໂຕນິກພາຍໃນປະເທດ ແລະການຊື້ເຄື່ອງການຄ້າເອເລັກໂຕນິກຂ້າມຊາຍແດນ. ພິເສດ, ໃນຂອບເຂດຈັດລາຍການດັ່ງກ່າວ, ຜູ້ບໍລິໂພກຫວຽດນາມ ຫຼື ບັນດາປະເທດອາຊຽນ ຈະສາມາດຊື້ຢູ່ໃນເວັບໄຊຂອງບັນດາວິສາຫະກິດ, ພື້ນຖານການຄ້າເອເລັກໂຕນິກໃຫຍ່ພາຍໃນ ແລະຕ່າງປະເທດດ້ວຍບັນດາການບຸລິມະສິດສະຫງວນໃຫ້ແກ່ເຫດການນີ້.

ແຫຼ່ງຄັດຈາກ: vovworld.vn