ກ່າວຄໍາເຫັນທີ່ພິທີໄຂ, ທ່່່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນພື້ນຖານໃຫ້ແກ່ການພົວພັນລະຫວ່າງອາຊຽນ-ຍີ່ປຸ່ນ. ທ່ານລັດຖະມົນຕີ ກໍ່ໄດ້ຕີລາຄາສູງການຮ່ວມມືພັດທະນາ, ຮ່ວມມືດ້ານເຕັກນິກ ແລະການໜູນຊ່ວຍຢ່າງທັນການຂອງຍີ່ປຸ່ນ ທີ່ສະຫຼະໃຫ້ບັນດາປະເທດອາຊຽນ ແລະຫວຽດນາມ, ໂດຍສະເພາະແມ່ນໃນການຮັດແຄບຊ່ອງຫວ່າງພັດທະນາ, ການພັດທະນາອະນຸພາກພື້ນ, ໃນນັ້ນມີແມ່ນໍ້າຂອງ ແລະໃນການຮັບມືກັບພະຍາດໂຄວິດ-19 ໃນປະຈຸບັນ.

leftcenterrightdel
ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ຕວ໊ຽນແອັງ.

ຢັ້ງຢືນຄວາມສາມາດບົ່ມຊ້ອນຮ່ວມມືທີ່ໃຫຍ່ຫຼວງລະຫວ່າງຫວຽດນາມ ແລະອາຊຽນ, ທ່ານ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ ໃນຖານະເປັນປະເທດປະສານງານການພົວພັນລະຫວ່າງອາຊຽນ-ຍີ່ປຸ່ນ ໄລຍະ 2018-2021 ແລະໃນໄລຍະຈະມາເຖິງ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນສ້າງການພົວພັນ “ຈາກຫົວໃຈຫາຫົວໃຈ” ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການພົວພັນຄູ່ຮ່ວມມືສະເໝີພາບລະຫວ່າງອາຊຽນ ແລະຍີ່ປຸ່ນ.

ໂດຍ: ເກື່ອງດັ້ງ