leftcenterrightdel
ພາບປະກອບຄັດຈາກ: vov.vn.

ຈາກ​ນັ້ນທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສື່ມວນຊົນບັນດາປະເທດອາຊຽນ ແລະຈີນ ຈະສືບຕໍ່ປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງສອງຝ່າຍ​ໃນ​ຕໍ່ໜ້າ. ສຳລັບຂອບເຂດຂອງເວທີປາໄສ, ຊ່ອງ VTC16 ຂອງ VOV ແລະບັນດາສຳນັກຂ່າວສານ, ໂທລະພາບສາກົນຂອງສະຖານີວິທະຍຸໂທລະພາບແຫ່ງຊາດຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືແບ່ງປັນບັນດາຜະລິດຕະພັນສື່ມວນຊົນ ແລະສັນຍານໂທລະພາບແນໃສ່ເພີ່ມທະວີ ແລະພັດທະນາການຮ່ວມມືລະຫວ່າງສອງຝ່າຍໃນບັນດາລາຍການກະຈາຍສຽງກ່ຽວກັບກະສິກຳ. ຂະນະ​ທີ່ເວທີປາໄສໄດ້ອອກຖະແຫຼງການຮ່ວມສະເໜີສ້າງຕັ້ງກົນໄກຮ່ວມມືທາງດ້ານການສື່ສານ “ຄູ່ຮ່ວມມືອາຊຽນ” ເພີ່ມທະວີການຮ່ວມມື, ແລກປ່ຽນລະຫວ່າງສະຖານີວິທະຍຸໂທລະພາບແຫ່ງຊາດຈີນ ແລະບັນດາຄູ່ຮ່ວມມືດ້ານການສື່ສານບັນດາປະເທດອາຊຽນ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ເນື້ອໃນ: ຂປລ