ອາຊຽນ ແລະອາເມລິກາ ຢັ້ງຢືນການຖືເປັນສໍາຄັນ ແລະໃຫ້ຄໍາໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມື, ພິເສດໃນສະພາບທີ່ມີສິ່ງທ້າທາຍພວມສົ່ງຜົນກະທົບອັນຫຍໍ້ທໍ້ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາ, ຄວາມໝັ້ນຄົງ ແລະສະຖຽນລະພາບຂອງບັນດາປະເທດໃນພາກພື້ນ. ອາຊຽນ ໄດ້ຢັ້ງຢືນຄືນໃໝ່ສານຂອງຕົນກັບອຳນາດການປົກຄອງໃໝ່ຢູ່ອາເມລິກາ, ນັ້ນແມ່ນໃຫ້ຄໍາໝັ້ນສັນຍາຍາວນານກັບພາກພື້ນ, ຍົກສູງລັດທິຫຼາຍຝ່າຍ, ກົດໝາຍສາກົນ...

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ດວ່ານກາ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ບັນດາປະເທດອາຊຽນ ແລະຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດອາເມລິກາ ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດບັນດາປະເທດອາຊຽນ ໃນສະພາບທີ່ມີການປ່ຽນແປງຂອງກະແສການຄ້າ-ການລົງທຶນຍ້ອນພະຍາດໂຄວິດ-19. ທ່ານ ບຸ່ຍແທັງເຊີນ ຊົມເຊີຍ ແລະປາດຖະໜາຢາກໃຫ້ ອາເມລິກາ ຕັ້ງໜ້າໜູນຊ່ວຍອາຊຽນ ຊຸກຍູ້ການຮັດແຄບຊ່ອງຫວ່າງພັດທະນາ ແລະພັດທະນາແບບຍືນຍົງຢູ່ອະນຸພາກພື້ນ, ເຊື່ອມຕໍ່ແມ່ນ້ຳຂອງ-ອາເມລິກາ ກັບການພັດທະນາລວມຂອງອາຊຽນ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ບຸ່ຍແທັງເຊີນ ກ່າວຄໍາເຫັນເຊີດຊູກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມສະດວກໃຫ້ແກ່ການພັດທະນາ; ຢັ້ງຢືນຫຼັກໝັ້ນ, ຫຼັກການສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບທະເລຕາເວັນອອກ; ປາດຖະໜາຢາກໃຫ້ ອາເມລິກາ ສືບຕໍ່ສວມບົດບາດສ້າງສັນ, ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນໃນການຮັກສາສັນຕິພາບ, ສະຖຽນລະພາບ, ສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ກໍ່ຄືການສະໜັບສະໜູນຂອງອາຊຽນ ໃນການໜູນຊ່ວຍຊອກຫາມາດຕະການສະຖຽນລະພາບກ່ຽວກັບສະພາບການຢູ່ມຽນມາ.

ໂດຍ: ເຈິ່ນຮວ່ຽນ