leftcenterrightdel
ທ່ານ Carlos Alberto Franco França ລັດຖະມົນຕີກະຊວງການຕ່າງປະເທດບຣາຊິນ ທີ່ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດອາຊຽນ ຢູ່ນະຄອນຫຼວງ Brasilia, ບຣາຊິນ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ໃນຖານະເປັນປະທານຄະນະກໍາມະການອາຊຽນ ປະຈຳ ບຣາຊິນ,  ທ່ານນາງ ຟ້າມທິກິມຮວາ ເອກອັກຄະລັດຖະທູດຫວຽດນາມ ໄດ້ແນະນໍາກ່ຽວກັບອາຊຽນ ແລະຂົງເຂດທີ່ສາມາດຮ່ວມມືກັບ ບຣາຊິນ ໃນໄລຍະຈະມາເຖິງ, ລວມມີ: ການຄ້າ ແລະການລົງທຶນ; ກະສິກໍາ ແລະຄວາມໝັ້ນຄົງດ້ານສະບຽງອາຫານ; ການປ້ອງກັນຊາດ; ເຕັກໂນໂລຢີ; ປ້ອງກັນ, ຕ້ານການຄ້າມະນຸດ; ຄວາມປອດໄພໃນການເດີນທະເລ. ໃນປີ 2020, ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຂອງ ບຣາຊິນ ດ້ວຍການຄ້າສອງສົ້ນແມ່ນ 21 ຕື້ໂດລາສະຫະລັດ.

ກອງປະຊຸມໄດ້ສະໜອງຫຼາຍຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ສ້າງຄວາມສະດວກໃຫ້ວິສາຫະກິດອາຊຽນ ແລະບຣາຊິນ ໃນຊ່ວງເກີດພະຍາດໂຄວິດ-19. ສອງຝ່າຍໄດ້ແລກປ່ຽນ, ຮ່ວມມືເພື່ອພ້ອມກັນພັດທະນາໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ