ແບ່ງປັນການຕີລາຄາຢ່າງຕັ້ງໜ້າກ່ຽວກັບການພັດທະນາທີ່ມີຄວາມໝາຍໃນ 3 ທົດສະວັດຜ່ານມາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະທ່ານ ຫວັງອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ຢືນຢັນຄືນໃໝ່ຄໍາໝັ້ນສັນຍາຂອງທັງສອງຝ່າຍແມ່ນຖືເປັນສໍາຄັນ ແລະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ນັບມື້ນັບພັດທະນາ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບ ແລະເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຢູ່ພາກພື້ນ ກໍ່ຄືໃນໂລກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຜົນງານທີ່ບັນລຸໄດ້ໃນ 30 ປີຜ່ານມາໄດ້ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືແບບຍືນຍົງ, ໄວ້ເນື້ອເຊື່ອໃຈ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອາຊຽນ ແລະຈີນ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກວ່າ ມຸ່ງໄປເຖິງອະນາຄົດ, ຫວຽດນາມ ຈະຕັ້ງໜ້າຮ່ວມມືກັບບັນດາປະເທດອາຊຽນ ແລະຈີນ, ເພີ່ມທະວີການເຈລະຈາດ້ານການເມືອງ, ຍົກສູງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ຍູ້ແຮງການຮ່ວມມືຮອບດ້ານ, ນໍາການພົວພັນສອງຝ່າຍກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືທີ່ໝັ້ນຄົງ ແລະຍືນຍົງ. ກ່ຽວກັບສະພາບການໂລກ ແລະພາກພື້ນ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຍົກສູງຄວາມສຳຄັນຂອງຄວາມມານະພະຍາຍາມລະຫວ່າງອາຊຽນ ແລະຈີນ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະເຄົາລົບກົດໝາຍຢູ່ພາກພື້ນ, ຜ່ານການກະທຳຢ່າງມີຄວາມຮັບຜິດຊອບ ແລະຮ່ວມມືດ້ວຍເຈດຕະນາດີ, ລະງັບໃຈ, ແກ້ໄຂຂໍ້ຂັດແຍ້ງ ແລະຄວາມແຕກຕ່າງໂດຍສັນຕິວິທີ; ທ່ານກໍ່ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດອາຊຽນ ແລະຈີນ ຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງ COC ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982...

ໂດຍ: ຫງວຽນກຸກ