ທ່ານ Kung Phoak ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມ ໃຫ້ຮູ້ວ່າ ບັນດາລັດຖະມົນຕີກະຊວງສາທາລະນະສຸກອາຊຽນ ໄດ້ຮັບຮອງເອົາແຜນການຍຸດທະສາດ ແລະການເຄື່ອນໄຫວຂອງພາກພື້ນອາຊຽນກ່ຽວກັບຄວາມໝັ້ນຄົງ ແລະກຳລັງສະໜອງວັກຊິນດ້ວຍຕົນເອງ ໄລຍະ 2021 – 2025 ໃນວັນທີ 14 ພຶດສະພາຜ່ານມາ, ໃນນັ້ນ, ຊຸກຍູ້ການຮ່ວມມືໃນຂອບເຂດບັນດາຂໍ້ລິເລີ່ມຂອງພາກພື້ນໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານ KungPhoak ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບປະຊາຄົມວັດທະນະທຳ- ສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Igor Driesmans ເອກອັກຄະລັດຖະທູດອີຢູ ປະຈຳ ອາຊຽນ ຢັ້ງຢືນວ່າ ອີຢູ ແລະບັນດາປະເທດສະມາຊິກແມ່ນນັກອຸປະຖຳແຖວໜ້າໃຫ້ແກ່ໂຄງການ COVAX, ດ້ວຍຄຳໝັ້ນສັນຍາອຸປະຖຳຈຳນວນເງິນຫຼາຍກວ່າ 2,47 ຕື້ເອີໂຣ ໃຫ້ແກ່ຂໍ້ລິເລີ່ມຫຼາຍຝ່າຍນີ້. ອີຢູ ໄດ້ສົ່ງອອກ 50% ປະລິມານວັກຊິນຂອງຕົນ ເຊິ່ງເທົ່າກັບກວ່າ 205 ລ້ານໂດສ ໄປຍັງ 45 ປະເທດໃນທົ່ວໂລກ. ຄາດວ່າ, ອາຊຽນ ຈະໄດ້ຮັບວັກຊິນຫຼາຍກວ່າ 32 ລ້ານໂດສ ຜ່ານໂຄງການ COVAX ໃນທ້າຍປີ 2021 ນີ້.

ແຫຼ່ງຄັດຈາກ: vovworld.vn