ທີ່ກອງປະຊຸມ, ທ່ານ Mori Takeo ຢັ້ງຢືນວ່າ ຍີ່ປຸ່ນ ຖືເປັນສໍາຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ ແລະທັດສະນະອາຊຽນກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP).

ຍີ່ປຸ່ນ ໄດ້ຢັ້ງຢືນເຖິງການສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ, ສະແດງຄວາມຊົມເຊີຍຕໍ່ອາຊຽນທີ່ເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມື, ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຮັບປະກັນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອແບ່ງປັນກ່ຽວກັບຄວາມມານະພະຍາຍາມຂອງອາຊຽນ ແລະຍີ່ປຸ່ນ ໃນການຮັບມືກັບສິ່ງທ້າທາຍທີ່ນາບຂູ່ເຖິງສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ, ທ່ານ ຫງວຽນກ໊ວກຢຸງ ສະເໜີໃຫ້ສອງຝ່າຍຄວນເພີ່ມທະວີການສົມທົບເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາວັດທະນາຖາວອນຢູ່ພາກພື້ນຜ່ານກົນໄກ ໂດຍອາຊຽນເປັນເຈົ້າພາບ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໂດຍອີງໃສ່ລະບຽບກົດໝາຍ, ເຊີດຊູກົດໝາຍສາກົນ ແລະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ ຫງວຽນກ໊ວກຢຸງ ກໍ່ຢັ້ງຢືນເຖິງຫຼັກໝັ້ນ, ຫຼັກການຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ, ປາດຖະໜາຢາກໃຫ້ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ແນໃສ່ສ້າງທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື ກໍ່ຄືບົດບາດຂອງອາຊຽນ ໃນການໜູນຊ່ວຍມຽນມາ.

ໂດຍ: ເຈິ່ນຮວ່ຽນ