ທ່ານ Atul Keshap ຢັ້ງຢືນວ່າ ອໍານາດການປົກຄອງຂອງທ່ານ Joe Biden ປະທານາທິບໍດີອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP), ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອາຊຽນເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ພວມວາງອອກ.

leftcenterrightdel
ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມການເຈລະຈາອາຊຽນ-ອາເມລິກາ ຄັ້ງທີ 34 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າບັນດາປະເທດອາຊຽນທີ່ກ່າວຄໍາເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ, ທ່ານ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ ໃນສະພາບການນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງ, ຄື: ໂລກລະບາດ, ໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຮຽກຮ້ອງອະທິປະໄຕ, ບັນດາປະເທດຄວນເພີ່ມທະວີການຮ່ວມມື, ເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍ, ເຊີດຊູສະຕິຄວາມຮັບຜິດຊອບ, ເຄົາລົບເຊິ່ງກັນ ແລະກັນແນໃສ່ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ອຳນວຍຄວາມສະດວກໃຫ້ແກ່ການພັດທະນາ. ທ່ານ ຫງວຽນກວ໊ກຢຸງ ສະເໜີອາຊຽນ ແລະອາເມລິກາ ເພີ່ມທະວີການສົມທົບກັນເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາວັດທະນາຖາວອນຢູ່ພາກພື້ນຜ່ານກົນໄກໂດຍອາຊຽນເປັນປະທານ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໂດຍອີງໃສ່ລະບຽບກົດໝາຍ, ເຊີດຊູກົດໝາຍສາກົນ ແລະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ ຫງວຽນກວ໊ກຢຸງ ກໍ່ຢັ້ງຢືນຫຼັກໝັ້ນ, ຫຼັກການຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ, ປາດຖະໜາວ່າ ອາເມລິກາ ສືບຕໍ່ສວມບົດບາດສ້າງ, ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ແນໃສ່ສ້າງທະເລຕາເວັນອອກໃຫ້ເປັນເຂດທະເລສັນຕິພາບ, ມິດຕະພາບ ແລະຮ່ວມມືກໍ່ຄືບົດບາດຂອງອາຊຽນໃນການໜູນຊ່ວຍມຽນມາ.

ໂດຍ: ເຈິ່ນຮວ່ຽນ