ກອງປະຊຸມໄດ້ດໍາເນີນຢູ່ນອກກອງປະຊຸມປະຈໍາປີທີ່ຈັດຂຶ້ນເປັນເວລາ 3 ວັນຂອງທະນາຄານພັດທະນາອາຊີ (ADB), ເຫດການກໍ່ໄດ້ຈັດຕັ້ງຜ່ານລະບົບທາງໄກ.

ທີ່ກອງປະຊຸມສໍາມະນາຜ່ານລະບົບທາງໄກໃນເດືອນກັນຍາ 2020, ອາຊຽນ +3 ໄດ້ຕົກລົງນໍາໃຊ້ກົນໄກຂໍ້ລິເລີ່ມຊຽງໃໝ່ຫັນເປັນຫຼາຍຝ່າຍຢ່າງມີໄຫວພິບ, ເຊິ່ງມີຜົນສັກສິດມາແຕ່ປີ 2010, ເພື່ອແນໃສ່ຕັດສິນບັນຫາກ່ຽວກັບການຊໍາລະບັນຊີໄລຍະສັ້ນ ແລະດຸນການຊໍາລະໃນພາກພື້ນເມື່ອເກີດວິກິດການ. ກົນໄກນີ້ເກີດມາຈາກຂໍ້ລິເລີ່ມຊຽງໃໝ່, ຕົກລົງປ່ຽນເງິນຕາຄັ້ງທໍາອິດໃນພາກພື້ນມີ 13 ປະເທດອາຊີເລີ່ມດຳເນີນແຕ່ເດືອນພຶດສະພາ 2000 ເພື່ອແນໃສ່ຫຼີກລ້ຽງການເກີດວິກິດການດ້ານເງິນຕາອາຊີ ປີ 1997.

leftcenterrightdel
ພາບປະກອບຄັດຈາກ: Reuters.

ກ່ຽວກັບກອງປະຊຸມປະຈໍາປີຄັ້ງນີ້, ADB ປາດຖະໜາຢາກເປີດນໍາໃຊ້ສູນພາສີອາຊີ-ປາຊິຟີກ ເພື່ອແນໃສ່ຊຸກຍູ້ການແບ່ງປັນບົດຮຽນ ແລະເພີ່ມທະວີການຮ່ວມມືກ່ຽວກັບນະໂຍບາຍ ແລະການຄຸ້ມຄອງພາສີ, ຜ່ານນັ້ນໜູນຊ່ວຍປະເທດກໍາລັງພັດທະນາໃນພາກພື້ນຫຼາຍກວ່າອີກ. ຂໍ້ລິເລີ່ມນີ້ຈະສ້າງພື້ນຖານຮອບດ້ານໃຫ້ແກ່ການເຈລະຈານະໂຍບາຍລະຫວ່າງ 68 ສະມາຊິກ ADB ແລະອົງການສາກົນຄື ອົງການຮ່ວມມື ແລະພັດທະນາເສດຖະກິດ (OECD), ກອງທຶນເງິນຕາສາກົນ (IMF) ແລະທະນາຄານໂລກ (WB).

ໂດຍ: ເກື່ອງດັ້ງ