ກ່າວຄໍາເຫັນທີ່ພິທີ, ທ່ານ Kung Phoak ຮອງເລຂາທິການໃຫຍ່ຮັບຜິດຊອບດ້ານປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເນັ້ນໜັກວ່າ ການຮ່ວມມືກັບ ອີຢູ ສໍາຄັນທີ່ສຸດໃນວິວັດການເຊື່ອມໂຍງເຂົ້າກັບອາຊຽນ, ຊ່ວຍເພີ່ມທະວີກໍາລັງຄວາມສາມາດຂອງຄະນະເລຂາທິການອາຊຽນ ແລະເພີ່ມທະວີການເຊື່ອມຕໍ່ອາຊຽນ ຜ່ານຫຼາຍລາຍການທັງສາມເສົາຄໍ້າ, ໃນນັ້ນມີຂົງເຂດການສຶກສາ.

leftcenterrightdel
ພາບປະກອບຄັດຈາກ: Share-asean.eu.

ຕາມທ່ານ Kung Phoak ນັບແຕ່ປີ 2015, SHARE ໄດ້ຈັດຕັ້ງການເຈລະຈາ 11 ຄັ້ງກ່ຽວກັບນະໂຍບາຍສົ່ງເສີມການປຶກສາຫາລືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບການສຶກສາໃນທົ່ວພາກພື້ນ; ມອບທຶນສຶກສາປະມານ 600 ທຶນໃຫ້ນັກສຶກສາ ແລະຈັດຕັ້ງບັນດາກອງປະຊຸມສໍາມະນາ ແລະຊຸດບໍາລຸງສ້າງໃຫ້ຄູອາຈານ ແລະນັກຄົ້ນຄວ້າກວ່າ 1.300 ຄົນ.

ສ່ວນທ່ານ Igor Driesmans ເອກອັກຄະລັດຖະທູດອີຢູ ປະຈໍາ ອາຊຽນ ໃຫ້ຮູ້ວ່າ SHARE ແມ່ນລາຍການແຖວໜ້າໃນຂົງເຂດສຶກສາຂັ້ນມະຫາວິທະຍາໄລຂອງອີຢູ ກັບອາຊຽນ ແລະໄດ້ຜັນຂະຫຍາຍນັບແຕ່ປີ 2015 ພ້ອມກັບລາຍການທຶນສຶກສາ Erasmus ດ້ວຍບ້ວງເງິນອຸປະຖໍາເບື້ອງຕົ້ນ 10 ລ້ານເອີໂຣ. ໃນໄລຍະໃໝ່, SHARE ຈະສືບຕໍ່ສົ່ງເສີມການເຄື່ອນຍ້າຍຂອງນັກສຶກສາໃນພາກພື້ນອາຊຽນ ຜ່ານການມອບທຶນສຶກສາພາຍໃນພາກພື້ນ 300 ທຶນ; ໜູນຊ່ວຍບັນດາຮາກຖານສຶກສາຂັ້ນມະຫາວິທະຍາໄລອາຊຽນ ແລະບັນດາຝ່າຍທີ່ກ່ຽວຂ້ອງສ້າງສະພາບແວດລ້ອມແຫ່ງການສຶກສາມະຫາວິທະຍາໄລອາຊຽນ ແບບຍືນຍົງ.

ໂດຍ: ເກື່ອງດັ້ງ