ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວິວັດທະນາການປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະແຜນການສ້າງວິໄສທັດປະຊາຄົມອາຊຽນຫລັງປີ 2025, ວຽກງານຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມື ແລະຟື້ນຟູພາຍຫຼັງພະຍາດໂຄວິດ-19, ການພົວພັນຕ່າງປະເທດກັບອາຊຽນ ແລະບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມີງ ຢືນຢັນວ່າ, ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມ, ໃຫ້ຄຳໝັ້ນສັນຍາຮ່ວມມືກັບປະເທດຕ່າງໆໃນການຮ່ວມມືຕ້ານພະຍາດ. ບົນພື້ນຖານນັ້ນ, ທ່ານ ຟ້າມບິ່ງມີງ ຢືນຢັນວ່າ ຈະສະໜັບສະໜູນ ແລະໜູນຊ່ວຍປະທານອາຊຽນ 2021 ປະຕິບັດໜ້າທີ່ໃຫ້ສຳເລັດ, ສືບຕໍ່ຍູ້ແຮງການກໍ່ສ້າງປະຊາຄົມ, ຕ້ານ ແລະຄວບຄຸມພະຍາດດັ່ງກ່າວຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ, ການພົວພັນກັບບັນດາຄູ່ຮ່ວມມື, ການຮັກສາການເຈລະຈາ ແລະການຮ່ວມມືແມ່ນມີຄວາມສຳຄັນເປັນພິເສດໃນວິວັດທະນາການນີ້.

ທ່ານ ຟ້າມບິ່ງມີງ ຖືວ່າ, ສະພາບການໃຊ້ຄວາມຮຸນແຮງ ແລະຄວາມເຄັ່ງຕຶງທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງກໍ່ໃຫ້ເກີດການສູນເສຍທາງດ້ານຊີວິດຂອງປະຊາຊົນໃນຊຸມວັນມໍ່ໆມານີ້ຢູ່ມຽນມາ ໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ ແລະສະຖຽນລະພາບ ບໍ່ພຽງແຕ່ຂອງມຽນມາ ເທົ່ານັ້ນ ຫາກຍັງຢູ່ພາກພື້ນອີກດ້ວຍ. ທ່ານ ຟ້າມບິ່ງມີງ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈຢ່າງສຸດຂີດ, ຫລີກລ້ຽງທຸກການກະທຳທີ່ໃຊ້ຄວາມຮຸນແຮງ, ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະຈັດຕັ້ງການເຈລະຈາໂດຍສັນຕິວິທີ ເພື່ອເຮັດໃຫ້ສະຖານະການກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານ ຟ້າມບິ່ງມີງ ໄດ້ຮຽກຮ້ອງໃຫ້ອາຊຽນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດ, ນຳໃຊ້ເຄື່ອງມື, ກົນໄກການຮ່ວມມືທີ່ມີຢູ່ຢ່າງມີປະສິດທິຜົນ, ໃນນັ້ນມີການສົມທົບກັບບັນດາອົງການຈັດຕັ້ງ ແລະກົນໄກທົ່ວໂລກ, ລວມມີສະຫະປະຊາຊາດ,  ເພື່ອຊ່ວຍສະຖານະການຂອງມຽນມາ ໃຫ້ມີສະຖຽນລະພາບ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະປະເທດມຽນມາ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະຄວາມສາມັກຄີ, ອິດທິພົນຊື່ສຽງຂອງອາຊຽນ.

ໂດຍ: ທະນາພອນ