ບັນດາປະເທດອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ຕົກລົງທີ່ມີຄວາມໝາຍສໍາຄັນແມ່ນນໍາໃຊ້ເງິນຈຳນວນ 10,5 ລ້ານໂດລາສະຫະລັດຈາກກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ-19 ເພື່ອຊື້ວັກຊິນໜູນຊ່ວຍປະຊາຊົນບັນດາປະເທດສະມາຊິກ, ບົນພື້ນຖານການຈັດແບ່ງຢ່າງເທົ່າທຽມກັນໃຫ້ແກ່ 10 ປະເທດ. ບັນດາປະເທດກໍ່ຢັ້ງຢືນວ່າ ຈະນໍາໃຊ້ຄັງແຮຢາປົວພະຍາດ ແລະວັດຖຸອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ຢ່າງມີປະສິດທິຜົນເພື່ອຮັບປະກັນຄວາມສາມາດຕອບສະໜອງຄວາມຕ້ອງການທີ່ຈຳເປັນກ່ຽວກັບອຸປະກອນການແພດໃນກໍລະນີສຸກເສີນ.

leftcenterrightdel
ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ກ່າວຄໍາເຫັນຕາງໜ້າໃຫ້ຫວຽດນາມ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ບັນດາຂໍ້ລິເລີ່ມພາກພື້ນຂອງອາຊຽນ ທີ່ຮັບຮອງເອົາໃນປີ 2020 ມີຄວາມໝາຍສໍາຄັນ, ແທດຈິງໃນສະພາບການພະຍາດຍັງມີການຜັນແປຢ່າງສັບສົນໃນປະຈຸບັນ ແລະຄວນໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໂດຍໄວ. ຫວຽດນາມ ພວມປະຕິບັດລະບຽບການພາຍໃນໃຫ້ສຳເລັດ ເພື່ອປະກາດຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນຄັງແຮຢາປົວພະຍາດ ແລະວັດຖຸອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ. ຫວຽດນາມ ຈະສົມທົບກັບບັນດາປະເທດ ແລະຄະນະເລຂາທິການອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂອບຟື້ນຟູສັງລວມອາຊຽນ ພ້ອມກັບມານະພະຍາຍາມຄວບຄຸມພະຍາດໃຫ້ມີປະສິດທິຜົນ, ມຸ່ງໄປເຖິງການຟື້ນຟູແບບຍືນຍົງໃນພາກພື້ນ, ຫຼຸດຜ່ອນຜົນກະທົບຢ່າງຫຍໍ້ທໍ້ຂອງພະຍາດທີ່ມີຕໍ່ປະຊາຊົນ.

ໂດຍ: ທະນາພອນ