ກອງປະຊຸມ SEOM CLMV 20 ໄດ້ສຸມໃສ່ປຶກສາຫາລື 6 ບັນຫາໃຫຍ່, ລວມມີ: ຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12 (ຈັດຂຶ້ນໃນວັນທີ 24 ສິງຫາ 2020); ກວດກາຄືນການຜັນຂະຫຍາຍກິດຈະກຳຕ່າງໆໃນແຜນການກະທໍາ CLMV 2019-2020; ປຶກສາຫາລື ແລະສ້າງແຜນການກະທໍາ CLMV 2021-2022; ກວດກາຄວາມຄືບໜ້າຜັນຂະຫຍາຍໂຄງການຍົກສູງກໍາລັງຄວາມສາມາດໃນການແກ່ງແຍ້ງໃຫ້ບັນດາປະເທດອາຊຽນ ໃນຂອບເຂດຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ (COMPETE); ປຶກສາຫາລືກ່ຽວກັບຂັ້ນຕອນຕໍ່ໄປເພື່ອຜັນຂະຫຍາຍຂອບການພັດທະນາ CLMV ພາຍຫຼັງຂອບການພັດທະນາໄດ້ຮັບຮອງເອົາ ໃນກອງປະຊຸມສຸດຍອດ CLMV ຄັ້ງທີ 10; ອັບເດດສະພາບການຜັນຂະຫຍາຍຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ IAI.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງແຜນການ ແລະການລົງທຶນຫວຽດນາມ.

ສຳລັບການສ້າງແຜນການກະທໍາ CLMV ໃຫ້ໄລຍະໃໝ່ (2021-2022), ຫົວໜ້າ SEOM CLMV ຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາປະເທດຄວນຄົ້ນຄວ້າ ແລະຄັດເລືອກຮູບການປະຕິບັດບັນດາໂຄງການໃຫ້ສອດຄ່ອງກັບສະພາບ “ປົກກະຕິໃໝ່” ຂອງແຕ່ລະປະເທດ. ຄຽງຂ້າງນັ້ນ, ເພີ່ມທະວີການນຳໃຊ້ເຕັກໂນໂລຢີ-ເຕັກນິກດີຈີຕອນ; ຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວ ຜ່ານລະບົບທາງໄກ; ສ້າງເງື່ອນໄຂສະດວກໃຫ້ນັກຊ່ຽວຊານ, ພະນັກງານເຕັກນິກ ແລະພະນັກງານໂຄງການຂອງຄູ່ຮ່ວມມືໃນການປະຕິບັດບັນດາລະບຽບການເຂົ້າ-ອອກເມືອງ, ວິເຄາະກວດຫາເຊື້ອພະຍາດ, ແຍກປ່ຽວ...

ໂດຍ: ຫງວຽນກຸກ