ມະຕິໃນຄັ້ງນີ້ໄດ້ອັບເດດບັນດາໝາກຜົນຂອງການຮ່ວມມືດີເດັ່ນລະຫວ່າງ ສປຊ ແລະອາຊຽນ ນັບແຕ່ປີ 2018 ມາຮອດປັດຈຸບັນ, ຄື: ໝາກຜົນແຫ່ງການປະຕິບັດແຜນການດໍາເນີນງານອາຊຽນ-ສປຊ 2016-2020, ເລື່ອງສະພາຄວາມໝັ້ນຄົງ ເປັນຄັ້ງທໍາອິດຈັດຕັ້ງການປຶກສາຫາລືກ່ຽວກັບບົດບາດຂອງອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນໃນເດືອນເປັນປະທານສະພາຄວາມໝັ້ນຄົງຂອງຫວຽດນາມ ແລະເລື່ອງຮັບຮອງເອົາແຜນການດໍາເນີນງານອາຊຽນ - ສປຊ 2021-2025. ບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການກໍ່ສ້າງປະຊາຄົມ ແລະຮັບມືກັບພະຍາດໂຄວິດ-19 ກໍ່ໄດ້ຍົກອອກມາ. ໄດ້ເພີ່ມເຕີມຫຼາຍເນື້ອໃນຮ່ວມມືລະຫວ່າງ ສປຊ ແລະອາຊຽນ  ຄື: ການເພີ່ມທະວີການພົວພັນຄູ່ຮ່ວມມື ແລະຮັກສາການຮ່ວມມື , ສ້າງ ແລະຮັກສາສັນຕິພາບ; ຫຼຸດຜ່ອນຄວາມສ່ຽງ ແລະເພີ່ມທະວີການຮັບມືໃນບັນດາກໍລະນີສຸກເສີນ...

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ວາລະປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 75. ພາບ: ຈ່າຫງວຽນ.

ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຕາງໜ້າໃຫ້ບັນດາປະເທດອາຊຽນ ແນະນໍາມະຕິ, ຢັ້ງຢືນບົດບາດໃຈກາງຂອງອາຊຽນ ໃນການຊຸກຍູ້ຄູ່ຮ່ວມມື, ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບໄດ້ຮັບການປັບປຸງລະຫວ່າງອາຊຽນ ແລະສປຊ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນໃໝ່ ແລະພົ້ນເດັ່ນໃນມະຕິ ແລະສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ ໃນວິວັດການເຈລະຈາ, ຮ່ວມອຸປະຖຳ ແລະຮັບຮອງເອົາມະຕິ.

ໂດຍ: ທູຈາງ