leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: thuonghieuvaphapluat.vn.

ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືແລກປ່ຽນການຄ້າລະຫວ່່າງບັນດາວິສາຫະກິດສ.ເກົາຫຼີ ແລະວິສາຫະກິດອາຊຽນໃນຂົງເຂດພັດທະນາເຕັກໂນໂລຢີ cloud computing, ຊຸກຍູ້ການຫັນປ່ຽນດີຈີຕອນ, ເຕັກໂນໂລຢີດີຈີຕອນ. ເພາະສະນັ້ນ, ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແບ່ງປັນທິດທາງຮ່ວມມື, ເຊື່ອມຕໍ່ການແລກປ່ຽນການຄ້າ ແລະການຮ່ວມມືດໍາເນີນທຸລະກິດລະຫວ່າງບັນດາບໍລິສັດຊອບແວບໍລິການ (SaaS) ໃນພາກພື້ນ. ບັນດາຜູ້ແທນກໍ່ປະກອບຄໍາເຫັນກ່ຽວກັບບັນດາໂຄງການປ່ຽນແປງໃໝ່ທີ່ພວມປະຕິບັດໃນທົ່ວໂລກ, ດ້ວຍຈຸດສຸມແມ່ນຂະແໜງ SaaS, ພັດທະນາ ແລະໜູນຊ່ວຍການຫັນປ່ຽນດີຈີຕອນໃຫ້ເໝາະສົມກັບເປົ້າໝາຍຟື້ນຟູ ແລະພັດທະນາເສດຖະກິດໃນໄລຍະປັດຈຸບັນ ແລະພາຍຫຼັງພະຍາດໂຄວິດ-19.

ໂດຍ: ທູຈາງ