leftcenterrightdel
ພິທີເປີດຕົວບົດລາຍງານພາກພື້ນກ່ຽວກັບການຊຸກຍູ້ຖານະນິຕິກຳໃຫ້ແມ່ຍິງ ແລະເດັກນ້ອຍໃນອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີເປີດຕົວ, ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ຖືວ່າ ໝາກຜົນການຄົ້ນຄວ້າຈະແມ່ນພື້ນຖານສໍາຄັນເພື່ອໃຫ້ບັນດາປະເທດສະມາຊິກພິຈາລະນາບັນດາກາລະໂອກາດ ແລະສິ່ງທ້າທາຍທີ່ກ່ຽວຂ້ອງ ແລະດໍາເນີນບັນດາມາດຕະການຮັບປະກັນສິດ ແລະຖານະນິຕິກຳຂອງແມ່ຍິງ ແລະເດັກນ້ອຍ. ທ່ານນາງ ຫງວຽນທິຮ່າ ເນັ້ນໜັກວ່າ: “ຫວັງວ່າໝາກຜົນການຄົ້ນຄວ້ານີ້ຈະແມ່ນພື້ນຖານສໍາຄັນເພື່ອໃຫ້ບັນດາປະເທດສະມາຊິກ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງອາຊຽນພ້ອມກັບ UNHCR ແລະບັນດາຄູ່ຮ່ວມມືພັດທະນາ, ພິຈາລະນາບັນດາກາລະໂອກາດ ແລະສິ່ງທ້າທາຍທີ່ກ່ຽວຂ້ອງ ແລະປະຕິບັດບັນດາຂໍ້ສະເໜີແນະກ່ຽວກັບມາດຕະການຮັບປະກັນສິດ ແລະຖານະນິຕິກຳຂອງແມ່ຍິງ ແລະເດັກນ້ອຍ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ພິເສດແມ່ນສໍາລັບກຸ່ມດ້ອຍໂອກາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນເວົ້າສະເພາະ ແລະມຸ່ງໄປເຖິງປະຊາຄົມອາຊຽນ ວັດທະນາຖາວອນລວມ”.

ໂດຍ: ເຈິ່ນຮວ່ຽນ