ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ຕອນບ່າຍວັນທີ 15 ພະຈິກ, ພາຍຫຼັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມີການສໍາພາດທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ກ່ຽວກັບໝາກຜົນຂອງກອງປະຊຸມ ກໍ່ຄືບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ.

leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາກ່ຽວກັບບັນດາໝາກຜົນສໍາຄັນທີ່ສຸດທີ່ບັນລຸໄດ້ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານ ສະເຫຼີມໄຊ ກົມມະສິດ ຖືວ່າ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ໃນສະພາບການທີ່ພາກພື້ນ ແລະໂລກ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ພິເສດເມື່ອພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນໃນທົ່ວໂລກ.

ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍອັນໃຫຍ່ຫຼວງ ແລະຕ້ອງຈັດຕັ້ງບັນດາການປະຊຸມຕາມແບບວິທີບໍ່ເຄີຍປະຕິບັດມາໃນປະຫວັດສາດຂອງອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະຕິບັດບົດບາດເປັນປະທານອາຊຽນຢ່າງມີປະສິດທິຜົນເທົ່ານັ້ນຫາກຍັງປະຕິບັດສໍາເລັດທຸກເປົ້າໝາຍຕາມແຜນການທີ່ໄດ້ວາງອອກອີກດ້ວຍ.

ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຂໍ້ສັງເກດວ່າ ໃນປີ 2020, ພາກພື້ນ ແລະໂລກຕ້ອງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງຢ່າງໃດກໍ່ຕາມເມື່ອທຽບໃສ່ບັນດາພາກພື້ນອື່ນ, ອາຊຽນໄດ້ປະຕິບັດວຽກງານປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ສິ່ງນີ້ແມ່ນຍ້ອນການນໍາພາຂອງຫວຽດນາມ, ອາຊຽນ ໄດ້ມີບັນດາຂໍ້ລິເລີ່ມ, ຄືການສ້າງຕັ້ງກອງທຶນຮັບມືກັບພະຍາດໂຄວິດ-19 ແນໃສ່ລະດົມແຫຼ່ງທຶນຈາກຫຼາຍປະເທດໃນໂລກເພື່ອສ້າງງົບປະມານປ້ອງກັນ, ຕ້ານພະຍາດໂຄວິດ-19, ສ້າງຄັງແຮຢາປົວພະຍາດ ແລະອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ແລະສູນອາຊຽນກ່ຽວກັບການຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ສາທາລະນະ ແລະໂລກລະບາດທີ່ເກີດຂຶ້ນໃໝ່... ນີ້ແມ່ນບັນດາສິ່ງເຊິ່ງຫຼາຍພາກພື້ນອື່ນໃນໂລກຍັງບໍ່ທັນເຮັດໄດ້, ແຕ່ອາຊຽນເຮັດໄດ້ ແລະກໍ່ແມ່ນໜຶ່ງໃນບັນດາຜົນງານພົ້ນເດັ່ນ ເຊິ່ງອາຊຽນ ເຮັດໄດ້ພາຍໃຕ້ການນໍາພາຂອງຫວຽດນາມ.

ກ່ຽວກັບການປະກອບສ່ວນພົ້ນເດັ່ນຂອງຫວຽດນາມ ໃຫ້ອາຊຽນໃນປີ 2020, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ເຖິງວ່າພະຍາດໂຄວິດ-19 ເຮັດໃຫ້ການໄປມາຫາສູ່ກັນປະສົບຄວາມຫຍຸ້ງຍາກ, ແຕ່ພາຍໃຕ້ການນໍາພາຂອງຫວຽດນາມ, ບັນດາກອງປະຊຸມຂອງອາຊຽນ, ເຖິງວ່າຂັ້ນຊ່ຽວຊານ ຫຼື ຂັ້ນສູງ, ຍັງໄດ້ຮັບການຈັດຕັ້ງເປັນຢ່າງດີ, ສິ່ງນີ້ໄດ້ຊ່ວຍໃຫ້ຫວຽດນາມ ປະຕິບັດສໍາເລັດທຸກເປົ້າໝາຍ, ຈຸດປະສົງທີ່ໄດ້ວາງອອກໃນອາຍຸການເປັນປະທານອາຊຽນ 2020.

ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ. ພິເສດ, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ພະຍາຍາມນໍາເອົາບັນດາບັນຫາຂອງອາຊຽນໄປປຶກສາຫາລືຢູ່ສະຫະປະຊາຊາດ, ພິເສດແມ່ນຢູ່ສະພາຄວາມໝັ້ນຄົງ, ຊ່ວຍສະຫະປະຊາຊາດ ກໍ່ຄືປະຊາຄົມສາກົນມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບບົດບາດຂອງອາຊຽນ, ສິ່ງນີ້ບໍ່ພຽງແຕ່ຊ່ວຍຍົກສູງບົດບາດຂອງຫວຽດນາມ ແລະອາຊຽນໃນເວທີສາກົນ.

ໂດຍ: ເຈິ່ນຮວ່ຽນ