leftcenterrightdel
NLD ກໍາອານາດຢູ່ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ. ພາບ: ຂປລ.

ໃນ​ການ​ເລືອກ​ຕັ້ງ, ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາ​ (NLD)  ​ທີ່ນຳ​ພາ​ໂດຍ ​ທ່ານ​ນາງ ອອນ​ຊາງ ຊູ​ຈີ, ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ ໄດ້​ຮັບ​ບັດ​ເລືອກ​ຕັ້ງ​​ບ່ອນ​ນັ່ງ​ລັດ​ຖະ​ສະ​ພາ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ ແລະ ຈະ​ສືບ​ຕໍ່​ ກຳ​ອຳ​ນາດ. ໃນ​ບ່ອນ​ນັ່ງລັດ​ຖະ​ສະ​ພາ 476 ບ່ອນ​ນັ່ງ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້, ພັກ NLD ໄດ້ 396 ບ່ອນ​ນັ່ງ,​ ໃນ​ນີ້ມີ 258 ບ່ອນ​ນັ່ງຂອງສະ​ພາ​ຕ່ຳ ແລະ 138 ບ່ອນ​ນັ່ງ​ຂອງ​ສະ​ພາ​ສູງ. ສ່ວນ​ພັກ​ການ​ເມືອງ​ທີ່​ສຳ​ຄັນ​ອີກ ​ພັກ​ໜຶ່ງ​ຄື: ພັກ​​ສາ​ມັກ​ຄີ ແລະ ​ການ​ພັດ​ທະ​ນາ ​ສະ​ຫະ​ພັນມຽນ​ມາ​ ຫລື USDP ​ໄດ້​ຮັບ​ບ່ອນ​ນັ່ງລັດ​ຖະ​ສະ​ພາ 33 ບ່ອນ​ນັ່ງ.

 

ເນື້ອໃນ: ຂປລ