ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຫງວນຊວນຟຸກ ເນັ້ນໜັກຄວາມໝາຍຂອງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ ແລະ 20 ປີກອງປະຊຸມສຸດຍອດ ຄັ້ງທໍາອິດລະຫວ່າງອາຊຽນ ແລະສປຊ.  ທ່ານ ຫງວນຊວນຟຸກ ຢັ້ງຢືນວ່າພາຍຫຼັງກວ່າ 4 ທົດສະວັດ, ການພົວພັນອາຊຽນ-ສປຊ ໄດ້ກາຍເປັນແບບຢ່າງໃຫ້ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງຢູ່ພາກພື້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 11 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Antonio Guterres ຢັ້ງຢືນເຖິງການສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ, ຕີລາຄາສູງເລື່ອງຫວຽດນາມ ປະສານງານ ແລະຊັກຈູງສໍາເລັດຜົນບັນດາຄວາມມານະພະຍາຍາມຂອງອາຊຽນ, ການຮ່ວມມືກັບບັນດາຄູ່ຮ່ວມມື, ການຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ສປຊ ຕີລາຄາສູງບັນດາການປະກອບສ່ວນຂອງອິນໂດເນເຊຍ ແລະຫວຽດນາມ, ຜູ້ຕາງໜ້າຂອງອາຊຽນ ໃນສະພາຄວາມໝັ້ນຄົງ ສປຊ, ຮັບຮູ້ການປະກອບສ່ວນສໍາຄັນຂອງອາຊຽນ ເຂົ້າໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງສາກົນຂອງ ສປຊ.

ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ບັນດາຝ່າຍໄດ້ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງຈິດໃຈຮັບຜິດຊອບແຫ່ງຊາດ ໃນການສ້າງສັນຕິພາບ, ຮັກສາສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພຢູ່ພາກພື້ນ, ພິເສດແມ່ນໃນສະພາບພະຍາດໂຄວິດ-19 ພວມສືບຕໍ່ແມ່ນຄວາມສ່ຽງໃຫຍ່, ນາບຂູ່ໂດຍກົງເຖິງຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມຂອງປະເທດຕ່າງໆ. ສອງຝ່າຍຢັ້ງຢືນແບ່ງປັນວິໄສທັດ ແລະໃຫ້ຄໍາໝັ້ນສັນຍາເພື່ອບັນດາເປົ້າໝາຍລວມແມ່ນຍົກສູງກົດໝາຍສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ ແລະສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະສາກົນອີງຕາມກົດໝາຍ...

ສິ້ນສຸດກອງປະຊຸມ, ບັນດາການນໍາອາຊຽນ ແລະເລຂາທິການໃຫຍ່ ສປຊ ຮັບຮູ້ເລື່ອງສອງຝ່າຍຮັບຮອງເອົາແຜນການດໍາເນີນງານອາຊຽນ-ສປຊ ໄລຍະ 2021-2025. ພ້ອມທັງ, ປະທານກອງປະຊຸມອອກຖະແຫຼງການປະທານສ່ອງແສງບັນດາໝາກຜົນກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 11.

ໂດຍ: ເຈິ່ນຮວ່ຽນ