ຕາມ KPL ແລ້ວ, ກ່າວຄໍາເຫັນທີ່ກອງປະຊຸມຜ່ານລະບົບທາງໄກ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ບັນດາຜົນງານຂອງອາຊຽນ ແລະຫວຽດນາມ ເຊິ່ງເປັນປະທານອາຊຽນໃນປີ 2020. ທ່ານ ທອງລຸນ ສີສຸລິດ ກໍ່ເລັ່ງໃຫ້ບັນດາການນໍາອາຊຽນ ຍູ້ໄວຄວາມມານະພະຍາຍາມແນໃສ່ຟື້ນຟູບັນດາຂົງເຂດເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ແລະສືບຕໍ່ຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະຜະລິດຢາປິ່ນປົວ ກໍຄືຢາປ້ອງກັນພະຍາດໂຄວິດ-19.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ. ພາບ: AFP.

ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ບັນດາການນໍາອາຊຽນໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອາຊຽນໃນການປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ແລະຟື້ນຟູພື້ນຖານເສດຖະກິດພາກພື້ນ, ລວມມີການສ້າງຕັ້ງກອງທຶນຮັບມືກັບພະຍາດໂຄວິດ-19 ຂອງອາຊຽນ ແລະສາງອຸປະກອນການແພດສຸກເສີນພາກພື້ນອາຊຽນ.

ນອກຈາກນັ້ນ, ການນໍາບັນດາປະເທດອາຊຽນກໍ່ຕີລາຄາສູງການປະຕິບັດບັນດາບຸລິມະສິດຂອງອາຊຽນ, ພິເສດແມ່ນໃນການເພີ່ມທະວີຄວາມສາມັກຄີ ແລະສະໜິດຕິດພັນຂອງອາຊຽນ, ຊຸກຍູ້ບັນດາກົນໄກໂດຍອາຊຽນຊັກຈູງ ແລະການປະກອບສ່ວນຂອງອາຊຽນຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອການພັດທະນາໃນພາກພື້ນ, ກໍ່ຄືການຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດສະມາຊິກຂອງອາຊຽນ.

KPL ໃຫ້ຮູ້ວ່າ, ທີ່ກອງປະຊຸມ, ບັນດາການນໍາໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີຄວາມມານະພະຍາຍາມແນໃສ່ນໍາອາຊຽນກາຍເປັນປະຊາຄົມທີ່ເຂັ້ມແຂງ ແລະຍືນຍົງ, ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ພ້ອມທັງເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຄູ່ເຈລະຈາເພື່ອພ້ອມກັນພັດທະນາ.

ໂດຍ: ເຈິ່ນຮວ່ຽນ