ດ້ວຍຫົວຂໍ້ “ປ່ຽນແປງເພື່ອປະຊາຄົມນັກທຸລະກິດຍິງເຂັ້ມແຂງ ແລະເປັນເຈົ້າການຮັບມືທີ່ດີກວ່າ”, ກອງປະຊຸມລວມມີ 4 ວາລະປຶກສາຫາລື, ຄື: ນັກທຸລະກິດຍິງອາຊຽນ-ເປັນເຈົ້າການ ແລະຮັບມືກັບພະຍາດໂຄວິດ-19; ຊຸກຍູ້ການຫັນເປັນດີຈີຕອນ ແລະຟື້ນຟູວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງໃນອາຊຽນຢ່າງຮອບດ້ານ; ຊຸກຍູ້ການພົວພັນຮ່ວມມືຜ່ານເຄືອຂ່າຍຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ເນັ້ນໜັກວ່າ “ຂ້າພະເຈົ້າເຊື່ອໝັ້ນວ່າເຄືອຂ່າຍນັກທຸລະກິດຍິງອາຊຽນ ຈະກາຍເປັນເວທີປາໄສແຖວໜ້າຂອງບັນດານັກທຸລະກິດຍິງຢູ່ພາກພື້ນ ເພື່ອນໍາພາປະຊາຄົມນັກທຸລະກິດຍິງໃນການເຊື່ອມໂຍງທາງດ້ານເສດຖະກິດພ້ອມກັນສາມັກຄີ ແລະເປັນເຈົ້າການຮັບມືກັບບັນດາຜົນກະທົບຈາກພະຍາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ຂ້າພະເຈົ້າປາດຖະໜາວ່າບັນດານັກທຸລະກິດຍິງ ຈະກຳແໜ້ນກາລະໂອກາດໂດຍການປະຕິວັດອຸດສາຫະກໍາຄັ້ງທີ 4 ນໍາມາໃຫ້ ແລະການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເພື່ອພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະຍືນຍົງເພື່ອປະຊາຄົມນັກທຸລະກິດຍິງອາຊຽນເຂັ້ມແຂງ ແລະເປັນເຈົ້າການຮັບມືທີ່ດີກວ່າ”.

ໂດຍ: ເຈິ່ນຮວ່ຽນ