ກອງປະຊຸມໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ, ທ່ານຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ຄະນະຜູ້ແທນບັນດາປະເທດສະມາຊິກອາຊຽນ ແລະຄະນະເລຂາອາຊຽນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: molisa.gov.vn.

ທີ່ກອງປະຊຸມ, ຝ່າຍຫວຽດນາມໄດ້ອັບເດດກ່ຽວກັບຄວາມຄືບໜ້າ, ໝາກຜົນແຫ່ງການປະຕິບັດບັນດາບຸລິມະສິດຂອງຕົນໃນປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ໃນນັ້ນ, ຫວຽດນາມໄດ້ ແລະພວມປະຕິບັດບັນດາກິດຈະກຳຕາມແຜນການ ແລະຮັບປະກັນບັນດາໝາກຜົນສົ້ນອອກດ້ວຍການສະໜັບສະໜູນ ແລະຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກອາຊຽນ ແລະການໜູນຊ່ວຍຈາກຄະນະເລຂາອາຊຽນ. ພິເສດ, ຖະແຫຼງການອາຊຽນກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອໂລກແຫ່ງການປ່ຽນແປງ ໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະຖະແຫຼງການຮ່າໂນ້ຍກ່ຽວກັບການຊຸກຍູ້ວຽກງານສັງຄົມມຸ່ງໄປເຖິງປະຊາຄົມອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື, ເຊິ່ງຫວຽດນາມ ພວມປັບປຸງເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ຄາດຄະເນວ່າຈະດໍາເນີນໃນກາງເດືອນພະຈິກ 2020.

ໂດຍ: ເຈິ່ນຮວ່ຽນ