ທີ່ກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຊີ້ນໍາໃຫ້ສຸມໃສ່ຈັດຕັ້ງການປະຕິບັດ 11 ມາດຕະການຄືສືບຕໍ່ປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການເພື່ອແກ້ໄຂ ແລະຫຼຸດຜ່ອນການກະທົບຈາກພະຍາດໂຄວິດ-19; ສຸມໃສ່ການເກັບລາຍຮັບງົບປະມານຈາກບັນດາຮາກຖານດໍາເນີນທຸລະກິດທີ່ບໍ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19, ສືບຕໍ່ປະຕິບັດປະຢັດມັດທະຍັດ, ຈໍາກັດການໃຊ້ຈ່າຍເປັນເງິນຕາຕ່າງປະເທດ, ຄົ້ນຄວ້າຊອກຫາແຫຼ່ງລາຍຮັບເພື່ອເພີ່ມການສະສົມເງິນຕາຕ່າງປະເທດ ຄືຊຸກຍູ້ການສົ່ງອອກ, ຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ, ສົ່ງເສີມການນໍາໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ; ສືບຕໍ່ສໍາຫຼວດກວດກາບັນດາໂຄງການລົງທຶນພາກລັດທີ່ເຮັດສໍາເລັດແລ້ວ ແລະປຶກສາຫາລືກ່ຽວກັບມູນຄ່າບັນດາໂຄງການໃໝ່.

leftcenterrightdel
ລັດຖະບານລາວ ພວມພິຈາລະນາເລື່ອງນໍາໃຊ້ດີຈີຕອນແມ່ນເຄື່ອງມືເພື່ອບໍລິຫານເສດຖະກິດ. ພາບ: nhandan.com.vn.

ນອກຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍ່ຊີ້ນໍາໃຫ້ສຸມໃສ່ຊຸກຍູ້ການຜະລິດກະສິກໍາ, ການປູກຝັງລ້ຽງສັດ; ຕິດຕາມກວດກາ ແລະດັດປັບລາຄາສິນຄ້າໃຫ້ເໝາະສົມກັບປະຊາຊົນ; ຈັດຕັ້ງປະຕິບັດບັນດາມາດຕະການເພື່ອຊຸກຍູ້, ສົ່ງເສີມ, ແນະນໍາບັນດາຮາກຖານດໍາເນີນທຸລະກິດຂະໜາດກາງ ແລະນ້ອຍດັບປັບ, ກະກຽມເງື່ອນໄຂຢ່າງຄົບຖ້ວນເພື່ອສາມາດສໍາຜັດກັບແຫຼ່ງທຶນໄດ້ຢ່າງສະດວກສະບາຍ ແລະວ່ອງໄວກວ່າອີກ.

ໂດຍ: ທູຈາງ